ເຈົ້າແຂວງສະຫວັນນະເຂດ ລົງຕິດຕາມຄວາມຄືບໜ້າ ໂຄງການຮ່ວມໃຈ ສາຍໄຍໂລມາຄຳ ຢູ່ເມືອງນອງ
ແຫລ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນວັນທີ 17 ມິຖຸນາ 2020 ນີ້, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ພາກສ່ວນທຸລະກິດ ໄດ້ລົງຕິດຕາມເບິ່ງຄວາມຄືບໜ້າວຽກງານລຶບລ້າງຄວາມທຸກຍາກເຂດຈຸດສຸມຕັງອາໄລ ເມືອງນອງ ເພື່ອເປັນການປະເມີນການຈັດຕັ້ງປະຕິບັດການພັດທະນາໂຄງການຮ່ວມໃຈສາຍໄຍໂລມາຄຳ ແລະ ຢ້ຽມຢາມຄອບຄົວເປົ້າໝາຍ ແລະ ນອກເປົ້າໝາຍທີ່ມີການປູກພືດຜັກຕ່າງໆ ແລະ ການລ້ຽງສັດທີ່ຂຶ້ນກັບໂຄງການ, ການຕ່ຳຫູກແຜ່ນແພຂອງບ້ານຕະຢົງ ເຊິ່ງມີທັງໝົດ 16 ຄອບຄົວ ແລະ ກຳລັງຂະຫຍາຍຕື່ມອີກ 5 ຄອບຄົວ, ພ້ອມນັ້ນ ກໍໄດ້ມອບຝ້າຍໃຫ້ແກ່ປະຊາຊົນກຸ່ມຕ່ຳຫູກ ຈຳນວນ 8 ຖົງ.
ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານນໍ້າດື່ມໂລມາຄໍາ ຜູ້ປະກອບສ່ວນທຶນໃນການຊ່ວຍເຫລືອການມີສ່ວນຮ່ວມລຶບລ້າງຄວາມທຸກຍາກຂອງປະຊາຊົນຢູ່ບ້ານຕາຢົງ ແລະ ບ້ານປາເນະ ເຂດຈຸດສຸມຕັງອາໄລ ເມືອງນອງ ໄດ້ໃຫ້ຮູ້ວ່າ: ໂຄງການຮ່ວມໃຈສາຍໄຍໂລມາຄໍາແມ່ນເປັນການຮ່ວມມືຂອງ 2 ຝ່າຍຄື: ສະຖາບັນການເງິນຈະລຸພາກທີ່ຮັບຝາກສາຍໄຍສໍາພັນ ແລະ ໂຮງງານນໍ້າດື່ມໂລມາຄໍາ ໂດຍມີຈຸດປະສົງເພື່ອຊ່ວຍເຫລືອ, ສ້າງທ່າແຮງ ແລະ ເງື່ອນໄຂໃນພັດທະນາຕົນເອງ ເພື່ອການລຶບລ້າງຄວາມທຸກຍາກໃຫ້ປະຊາຊົນ ເຊິ່ງໂຄງການນີ້ເລີ່ມແຕ່ວັນທີ 1 ມັງກອນ 2020 ຈະດໍາເນີນໄປຈົນເຖິງວັນທີ 31 ທັນວາ 2020 ເປັນໄລຍະເວລາ 1 ປີ, ໃນເບື້ອງຕົ້ນຄາດວ່າຈະໃຊ້ງົບປະມານ 1,5 ຕື້ກີບ; ມາຮອດປັດຈຸບັນ ໂຄງການດັ່ງກ່າວໄດ້ສະໜອງເຄື່ອງມືຮັບໃຊ້ການຜະລິດເຊັ່ນ: ພ້າ, ຊວ້ານ, ສຽມ, ຈົກ, ຄາດ ແລະ ອື່ນໆ, ສະໜອງແນວພັນປະເພດຕ່າງໆເຊັ່ນ: ແນວຜັກ, ແຂມ, ໜໍ່ກ້ວຍ, ເບ້ຍໝາກຮຸ່ງ, ຫວາຍ, ໝາກເຜັດ, ໝາກເຂືອ, ເຂົ້າກ່ຳ, ຂີງ-ຂ່າ, ມັນຕົ້ນ, ສາລີ ແລະ ອື່ນໆ; ສົ່ງເສີມຫັດຖະກຳຕ່ຳຫູກໃຫ້ປະຊາຊົນສອງບ້ານມີ 44 ຄອບຄົວ, ກໍ່ສ້າງນໍ້າບາດານຈຳນວນ 10 ບໍ່ໃຫ້ 5 ບ້ານໃນ ແລະ ນອກເປົ້າໝາຍ, ສ້າງຝາຍເກັບນ້ຳບ້ານປາເນະ ແລະ ບ້ານຕາຢົງ, ໜອງສະໃຫຍ່ລວມບ້ານຕາຢົງ ແລະ ດິນຖົມຂຸມໃຫ້ໂຮງຮຽນບ້ານຕາຢົງ ພ້ອມທັງຄ່າບໍລິຫານຕ່າງໆ. ນອກນັ້ນ ຍັງໄດ້ສະໜອງແນວພັນປະເພດຕ່າງໆ ໃຫ້ຄອບຄົວນອກເປົ້າໝາຍ ແລະ ບ້ານນອກເປົ້າໝາຍທີ່ມີຄວາມຕ້ອງການຢາກປູກໃສ່ຕາມເນື້ອທີ່ໄຮ່ເນື້ອທີ່ສວນຂອງຕົນຕື່ມອີກ.
ຈາກນັ້ນ, ທ່ານ ສັນຕິພາບ ພົມວິຫານ ກໍໄດ້ໃຫ້ທິດຊີ້ນໍາຕໍ່ການນໍາຂອງເມືອງໃນວຽກງານໂຄງການຮ່ວມໃຈສາຍໄຍໂລມາຄຳ ໂດຍທ່ານເນັ້ນໝັກໃຫ້ພາກສ່ວນທີ່ກ່ຽວຂ້ອງຕ້ອງມີຄວາມເຂົ້າໃຈຢ່າງເລິກເຊິ່ງ, ມີການປະສານສົມທົບປຶກສາຫາລືກັບຜູ້ໃຫ້ທຶນຢ່າງກົງໄປກົງມາ ເພື່ອພ້ອມກັນແກ້ໄຂຂໍ້ຄົງຄ້າງຕ່າງໆໃຫ້ດີຂຶ້ນ, ຮ່ວມກັນເອົາໃຈໃສ່ຊຸກຍູ້ກິດຈະກຳຂອງໂຄງການຢ່າງຕໍ່ເນື່ອງ, ມີຄວາມກະຕືລືລົ້ນໃນການມີສ່ວນຮ່ວມໂຄງການພັດທະນາ ທັງນີ້ກໍເພື່ອນຳພາປະຊາຊົນມີຢູ່ມີກິນ ແລະ ນຳພາປະຊາຊົນຫລຸດພົ້ນອອກຈາກຄວາມທຸກຍາກ.