ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຮ່ວມກອງປະຊຸມທາງໄກ ລະດັບສູງ ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ
ແລງວັນທີ 18 ມິຖຸນາຜ່ານມາ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມທາງໄກ ລະດັບສູງ ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນເຊັ່ນ: ການຮ່ວມມືຕ້ານການແຜ່ລະບາດຂອງພະຍາດໂຄວິດ-19, ພາຍໃຕ້ການເປັນປະທານຂອງ ທ່ານ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປ ຈີນ, ໂດຍມີຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີຕ່າງປະເທດ ຈາກ 26 ປະເທດ ແລະ ຜູ້ຕາງໜ້າ ອົງການສະຫະປະຊາຊາດ ແລະ ອົງການອະນາໄມໂລກ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບການແຈ້ງສະພາບການ ກໍຄືມາດຕະການ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19. ພ້ອມດຽວກັນນີ້, ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກໍຄືບົດຮຽນທີ່ດີ ໃນການຮັບມືກັບການແຜ່ລະບາດ ຂອງພະຍາດດັ່ງກ່າວ. ນອກນັ້ນ, ກອງປະຊຸມ ຍັງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ມາດຕະການໃນການຟື້ນຟູເສດຖະກິດ ພາຍຫລັງການແຜ່ລະບາດຂອງພະຍາດ, ໂດຍສະເພາະການຊຸກຍູ້ສົ່ງເສີມການຮ່ວມມື ທາງດ້ານເສດຖະກິດ, ການຄ້າ-ການລົງທຶນ, ການເຊື່ອມຈອດ ແລະ ການໄປມາຫາສູ່ກັນ ລວມທັງ ການສະໜັບສະໜູນບັນດາໂຄງການ ທ່ີຢູ່ພາຍໃຕ້ການຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອຮັບປະກັນເຮັດໃຫ້ເສດຖະກິດ ກັບຄືນສູ່ສະພາບປົກກະຕິໂດຍໄວ.
ໃນກອງປະຊຸມ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ແຈ້ງໃຫ້ກອງປະຊຸມຮັບຊາບ ກ່ຽວກັບສະພາບການຫລ້າສຸດ ຂອງການແຜ່ລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ແລະ ໄດ້ປະກາດຜົນສຳເລັດໃນເບື້ອງຕົ້ນ ໃນການແກ້ໄຂ ແລະ ຮັບມືກັບພະຍາດດັ່ງກ່າວຂອງ ສປປ ລາວ, ຊຶ່ງຜົນສຳເລັດດັ່ງນີ້ ກໍຍ້ອນລັດຖະບານລາວ ໄດ້ມີນະໂຍບາຍ ແລະ ມາດຕະການທີ່ຖືກຕ້ອງ ແລະ ສອດຄ່ອງແຕ່ຫົວທີ. ແຕ່ເຖິງວ່າ ສປປ ລາວ ຈະໄດ້ຮັບຜົນສຳເລັດເບື້ອງຕົ້ນກໍຕາມ, ແຕ່ ລາວກໍ ຍັງສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການ ໃນການປ້ອງກັນ ແລະ ຕິດຕາມສະພາບການແຜ່ລະບາດ ຂອງພະຍາດຢ່າງໃກ້ສິດ. ພ້ອມນີ້, ທ່ານ ລັດຖະມົນຕີ ຍັງໄດ້ສະເໜີຕໍ່ກອງປະຊຸມ ໃຫ້ສືບຕໍ່ຮ່ວມມືກັນ ໃນການແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບ ສະພາບການ ກໍຄືມາດຕະການ ແລະ ບົດຮຽນທີ່ດີ ໃນການແກ້ໄຂພະຍາດໂຄວິດ-19, ໃຫ້ການຊ່ວຍເຫຼືອ ດ້ານເຕັກນິກ-ວິຊາການ ລວມທັງການຮ່ວມກັນ ຄົ້ນ ຄ້ວາ ແລະ ພັດທະນາຢາປິ່ນປົວ ກໍຄືຢາປ້ອງກັນພະຍາດ ແລະ ຮ່ວມກັນຜະລິດຢາດັ່ງກ່າວ ແລະ ຮ່ວມມືກັນໃນການຟື້ນຟູເສດຖະກິດ-ສັງຄົມ ໂດຍສະເພາະການຄ້າ, ການລົງທຶນ, ການເຊື່ອມຈອດ ແລະ ການໄປມາຫາສູ່ກັນ ພາຍຫຼັງສີ້ນສຸດການລະບາດຂອງພະຍາດນີ້.
ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ສປ ຈີນ, ບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ຫົວໜ່ວຍທຸລະກິດ, ແລະ ພາກສ່ວນຕ່າງໆ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແກ່ ສປປ ລາວ ໃນການປ້ອງກັນ, ຮັບມື ແລະ ແກ້ໄຂພະຍາດໂຄວິດ-19 ຈົນໄດ້ຮັບຜົນສຳເລັດເປັນກ້າວໆມາ.
ໃນກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຖະແຫລງການ ຂອງກອງປະຊຸມທາງໄກ ລະດັບສູງ ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ: ການຮ່ວມມືກັນຕ້ານການແຜ່ລະບາດພະຍາດໂຄວິດ-19 ເພື່ອໃຫ້ປະເທດສະມາຊິກ ນໍາໄປຈັດຕັ້ງຜັນຂະຫຍາຍຕໍ່ໄປ.