ສຶກສາແຂວງຈໍາປາສັກ ຊີ້ແຈງກໍລະນີ ຄູອາສາ ມຕ ຫ້ວຍເງິນ ລາການສິດສອນ

ສຶກສາແຂວງຈໍາປາສັກ ຊີ້ແຈງກໍລະນີ ຄູອາສາ ມຕ ຫ້ວຍເງິນ ລາການສິດສອນ - Time fo an Adventure 35 - ສຶກສາແຂວງຈໍາປາສັກ ຊີ້ແຈງກໍລະນີ ຄູອາສາ ມຕ ຫ້ວຍເງິນ ລາການສິດສອນ
ສຶກສາແຂວງຈໍາປາສັກ ຊີ້ແຈງກໍລະນີ ຄູອາສາ ມຕ ຫ້ວຍເງິນ ລາການສິດສອນ - kitchen vibe - ສຶກສາແຂວງຈໍາປາສັກ ຊີ້ແຈງກໍລະນີ ຄູອາສາ ມຕ ຫ້ວຍເງິນ ລາການສິດສອນ

ພາຍຫລັງເກີດມີພາບວີດີໂອຂອງສາວຄູຄົນໜຶ່ງ ທີ່ມີນັກຮຽນທັງຍິງ ແລະ ຊາຍຫລາຍຄົນນັ່ງຢູ່ໃກ້ ແລະ ຮ້ອງໃຫ້ໃສ່ກັນດ້ວຍຄວາມຄິດຮອດຄິດເຖິງ ໄດ້ຖືກເຜີຍແຜ່ລົງໃນສື່ສັງຄົມອອນລາຍ (Facebook) ເມື່ອບໍ່ດົນຜ່ານມາ, ​ເຊິ່ງໄດ້ສ້າງຄວາມສົນໃຈໃຫ້ແກ່ສັງຄົມ ແລະ ມີຜູ້ເຂົ້າໄປສະແດງຄວາມຄິດເຫັນ ເປັນຈໍານວນຫລາຍ, ​ເຊິ່ງເຫດການດັ່ງກ່າວເກີດຂຶ້ນຢູ່ໂຮງຮຽນມັດທະຍົມຕອນຕົ້ນ ບ້ານຫ້ວຍເງິນ, ເມືອງ ແລະ ແຂວງຈໍາປາສັກ, ຫລັງຈາກສາວຄູຄົນດັ່ງກ່າວ ຈະໄດ້ອໍາລານ້ອງນັກຮຽນທີ່ຕົນເຄີຍສິດສອນມາເປັນເວລາ 5 ປີໄປຢ່າງໜ້າເສຍດາຍ ດ້ວຍເຫດຜົນບໍ່ໄດ້ຕົວເລກເຂົ້າເປັນລັດຖະກອນ. ຈາກພາບທີ່ເກີດຂຶ້ນນັ້ນ ກໍໄດ້ມີຄົນເຂົ້າມາສະແດງຄໍາຄິດຄໍາເຫັນຫລາຍຮູບແບບ ນັບແຕ່ຜູ້ທີ່ຊົມເຊີຍໃນຄວາມມານະ ອົດທົນສິດສອນມາເປັນເວລາຫລາຍປີຂອງສາວຄູ, ມີທັງຜູ້ທີ່ໃຫ້ກໍາລັງໃຈແກ່ສາວຄູເພື່ອໄປເຮັດໜ້າທີ່ວຽກງານໃໝ່ ແລະ ລວມເຖິງການຕໍານິວິຈານຕາມຄວາມເຂົ້າໃຈ ແລະ ບໍ່ເຂົ້າໃຈຂອງຄົນສັງຄົມ.

ຕໍ່ເຫດການດັ່ງກ່າວ, ທ່ານ ບົວໄຂ ສຸພາພອນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຈໍາປາສັກ ໄດ້ຊີ້ແຈງໃຫ້ຮູ້ວ່າ: ປັດຈຸບັນ, ທົ່ວແຂວງຈໍາປາສັກມີຄູອາສາສະໝັກ 740 ກວ່າຄົນ ແລະ ໃນສົກປີນີ້ ລັດຖະບານໄດ້ຈັດສັນຕົວເລກລັດຖະກອນ ໃຫ້ພະແນກສຶກສາແຂວງພຽງແຕ່ 69 ຄົນ, ສະເພາະ ເມືອງຈໍາປາສັກ ໄດ້ພຽງ 4 ຕົວເລກເທົ່ານັ້ນ ແລະ ກໍໄດ້ມີການຈັດການສອບເສັງເອົາຕົວເລກລັດຖະກອນ ຕາມລະບຽບການຂອງກະຊວງສຶກສາທິການ ແລະ ກິລາ ວາງອອກເປັນທີ່ຮຽບຮ້ອຍແລ້ວ, ໂດຍມີຄູອາສາສະໝັກທົ່ວເມືອງມາສອບເສັງທັງໝົດ 54 ຄົນ ແລະ ຄັດເອົາພຽງ 4 ຄົນ, ເຊິ່ງຜູ້ທີ່ໄດ້ຮັບການຄັດເລືອກຕ້ອງມີເງື່ອນໄຂສໍາຄັນຄື: ເປັນຄົນມີຄຸນສົມບັດສິນທໍາປະຕິວັດ, ມີຜົນງານການ

ສຶກສາແຂວງຈໍາປາສັກ ຊີ້ແຈງກໍລະນີ ຄູອາສາ ມຕ ຫ້ວຍເງິນ ລາການສິດສອນ - Visit Laos Visit SALANA BOUTIQUE HOTEL - ສຶກສາແຂວງຈໍາປາສັກ ຊີ້ແຈງກໍລະນີ ຄູອາສາ ມຕ ຫ້ວຍເງິນ ລາການສິດສອນ
ສຶກສາແຂວງຈໍາປາສັກ ຊີ້ແຈງກໍລະນີ ຄູອາສາ ມຕ ຫ້ວຍເງິນ ລາການສິດສອນ - Visit Laos Visit SALANA BOUTIQUE HOTEL - ສຶກສາແຂວງຈໍາປາສັກ ຊີ້ແຈງກໍລະນີ ຄູອາສາ ມຕ ຫ້ວຍເງິນ ລາການສິດສອນ

ສິດສອນດີ-ສອນເກັ່ງ ແລະ ສິດສອນມາໄດ້ຫລາຍປີ ໂດຍມີຄະນະກໍາມະການຂັ້ນແຂວງ-ຂັ້ນເມືອງ ໄດ້ລົງມາຕິດຕາມ ແລະ ກວດກາການສອບເສັງ ເພື່ອໃຫ້ດໍາເນີນໄປດ້ວຍຄວາມໂປ່ງໃສ ແລະ ຍຸຕິທໍາ. ສ່ວນສາວຄູທີ່ເປັນຂ່າວຢູ່ໃນສື່ສັງຄົມຄົນນັ້ນ ກໍເຂົ້າຮ່ວມສອບເສັງ ເຊັ່ນກັນ ແລະ ຜົນສອບ​ເສັງໄດ້ຄະແນນບໍ່ສູງ ຈຶ່ງບໍ່ສາມາດໄດ້ຮັບຕົວເລກລັດຖະກອນດັ່ງກ່າວ.

ທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈໍາປາສັກ ກ່າວວ່າ: ກົດເກນຂອງການສອບເສັງແມ່ນຕ້ອງມີຜູ້ທີ່ໄດ້ ແລະ ບໍ່ໄດ້. ສະນັ້ນ ຂໍຮຽກຮ້ອງໃຫ້ຄູອາສາສະໝັກທຸກຄົນ ຈົ່ງສືບຕໍ່ຕັ້ງໃຈອົດທົນສິດສອນໃຫ້ດີ, ສູ້ຊົນແຕ່ງບົດສອນໃຫ້ເກັ່ງ, ມີຫລັກການວິທະຍາສາດ ແລະ ໝັ່ນຄົ້ນຄວ້າຮໍ່າຮຽນຫາຄວາມຮູ້ອັນໃໝ່ ເພື່ອໃຫ້ສາມາດສອບເສັງຍາດແຍ່ງເອົາຕົວເລກລັດຖະກອນໃຫ້ໄດ້ໃນຕໍ່ໜ້າ ເພື່ອສານຕໍ່ອາຊີບແມ່ພິມຂອງຊາດ ໃຫ້ປະສົບຜົນສໍາເລັດເປັນຢ່າງດີ.

ສຶກສາແຂວງຈໍາປາສັກ ຊີ້ແຈງກໍລະນີ ຄູອາສາ ມຕ ຫ້ວຍເງິນ ລາການສິດສອນ - 4 - ສຶກສາແຂວງຈໍາປາສັກ ຊີ້ແຈງກໍລະນີ ຄູອາສາ ມຕ ຫ້ວຍເງິນ ລາການສິດສອນ
ສຶກສາແຂວງຈໍາປາສັກ ຊີ້ແຈງກໍລະນີ ຄູອາສາ ມຕ ຫ້ວຍເງິນ ລາການສິດສອນ - 3 - ສຶກສາແຂວງຈໍາປາສັກ ຊີ້ແຈງກໍລະນີ ຄູອາສາ ມຕ ຫ້ວຍເງິນ ລາການສິດສອນ
ສຶກສາແຂວງຈໍາປາສັກ ຊີ້ແຈງກໍລະນີ ຄູອາສາ ມຕ ຫ້ວຍເງິນ ລາການສິດສອນ - 5 - ສຶກສາແຂວງຈໍາປາສັກ ຊີ້ແຈງກໍລະນີ ຄູອາສາ ມຕ ຫ້ວຍເງິນ ລາການສິດສອນ