ບໍຣນ້າ ໂຄຣິກ ນັກເທນນິວຄົນທີສອງ ກວດພົບຕິດເຊື້ອໂຄວິດ-19 ໃນລະຫວ່າງການແຂ່ງຂັນ Adrian Tour 2020
ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ: ບໍຣນ້າ ໂຄຣິກ ນັກເທັນນິສອັນດັບ 33 ຂອງໂລກອາຍຸ 23 ປີ ຊາວໂຄຣເອເຊຍ ກາຍເປັນນັກເທັນນິສຄົນທີ 2 ກວດພົບຕິດເຊື້ອໂຄວິດ-19 ໃນລະຫວ່າງການເຂົ້າຮ່ວມແຂ່ງຂັນເທັນນິສ ລາຍການພິເສດ Adrian Tour 2020 ໜາມທີ 2 ທີ່ຊາດ້າ ປະເທດໂຄຣເອເຊຍ, ທີ່ ໂນວັກ ໂຢໂຄວິກ ມື 1 ຂອງໂລກເປັນຜູ້ຈັດການແຂ່ງຂັນ ໃນວັນທີ 20-22 ມິຖຸນາຜ່ານມາ ຕໍ່ຈາກຈີກໍຣ ດີມີຕັອຟ ນັກເທັນນິສຊາວບຸນກາຣີ ອັນດັບ 19 ຂອງໂລກ.
ບໍຣນ້າ ໂຄຣິກ ເຂົ້າກວດເຊື້ອ ຫລັງຈາກ ຈີກໍຣ ດີມີຕັອຟນັກເທັນນິສ ອາຍຸ29 ປີ ອະດີດມື 3 ຂອງໂລກ ແຂ່ງຂັນກັບຕົນສຳເລັດ ເມື່ອວັນທີ 20 ມິຖຸນາ ແລະ ຜົນອອກມາເປັນບວກ ມີເຊື້ອໂຄວິດ-19 ເຮັດໃຫ້ ບໍຣນ້າ ໂຄຣິກ ຮີບຟ້າວໂພສແຈ້ງທາງສື່ອອນລາຍ, ບອກຄົນໃກ້ຕົວ ແລະ ທຸກຄົນທີ່ສຳຜັດໃກ້ຊິດກັບຕົນ, ຂະນະນີ້ ບໍຣນ້າ ໂຄຣິກ ກຳລັງໄດ້ຮັບການປິ່ນປົວໂດຍດ່ວນ.
ນອກຈາກນີ້ ວິກເຕີ ທອຍກີ້ ຊາວແຊັກບີ້ ມື 184 ຂອງໂລກ ເຄີຍຂຶ້ນສູ່ອັນດັບທີ 12 ຂອງໂລກ ທີ່ເຂົ້າຮ່ວມລາຍການດຽວກັນ ກໍກວດພົບຕິດເຊື້ອໂຄວິດ-19 ສ່ວນຜູ້ອື່ນໆ ລວມທັງ ໂນວັກ ໂຢໂຄວິກ ກຳລັງລໍຖ້າຜົນ ແລະ ຕິດຕາມອາການ, ຂະນະທີ່ ອາເລັກຊານເດີ ຊະເວເຣຟ ມື 7 ຂອງໂລກຊາວເຢຍລະມັນ, ມາຣິນ ຊີລິກ ມື 37 ຂອງໂລກຊາວໂຄຣເອເຊຍ ແລະ ອັງເດຣ ຣູເບຟ ມື 14 ຂອງໂລກຊາວຣັດເຊຍ ກວດຄັ້ງທຳອິດບໍ່ພົບເຊື້ອ ແຕ່ຕ້ອງຈຳກັດບໍລິເວນຕົວເອງ 14 ວັນ ເພື່ອກວດເຊື້ອອີກຄັ້ງ.