ກອງປະຊຸມທາງໄກຂອງລັດຖະມົນຕີເສດຖະກິດ ລະດັບພາກພື້ນຄັ້ງທີ 10

ກອງປະຊຸມທາງໄກຂອງລັດຖະມົນຕີເສດຖະກິດ ລະດັບພາກພື້ນຄັ້ງທີ 10 - 562 - ກອງປະຊຸມທາງໄກຂອງລັດຖະມົນຕີເສດຖະກິດ ລະດັບພາກພື້ນຄັ້ງທີ 10
ກອງປະຊຸມທາງໄກຂອງລັດຖະມົນຕີເສດຖະກິດ ລະດັບພາກພື້ນຄັ້ງທີ 10 - kitchen vibe - ກອງປະຊຸມທາງໄກຂອງລັດຖະມົນຕີເສດຖະກິດ ລະດັບພາກພື້ນຄັ້ງທີ 10

ໃນວັນທີ 23 ມິຖຸນານີ້, ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມກາງສະ ໄໝແບບທາງໄກຂອງບັນດາລັດຖະມົນຕີຄູ່ຮ່ວມມືທາງເສດຖະກິດແບບຮອບດ້ານລະດັບພາກພື້ນຄັ້ງທີ 10 ເພື່ອແກ້ໄຂຂໍ້ຄົງຄ້າງຕ່າງໆຂອງບັນດາປະເທດດັ່ງກ່າວໃນການຈັດຕັ້ງປະຕິບັດບັນດາສັນຍາຮ່ວມມືທາງເສດຖະກິດທີ່ໄດ້ຕົກລົງກັນໃນຜ່ານມາ ແລະ ທັງເປັນການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດບັນດາຜູ້ນໍາອາເຊັບ ຄັ້ງທີ 3 ໃນເດືອນພະຈິກ 2019 ທີ່ບາງກອກ ແລະ ທິດຊີ້ນໍາໃນການແກ້ໄຂບັນຫາຂໍ້ຄົງຄ້າງດັ່ງກ່າວ ເພື່ອຢືນຢັນຄືນເຖິງຄວາມໝາຍໝັ້ນຂອງຕົນເພື່ອກ້າວໄປສູ່ການລົງນາມສັນຍາຮ່ວມມືຕ່າງໆໃນທ້າຍປີ 2020 ທີ່ ສສ ຫວຽດນາມ, ເຊິ່ງກອງປະຊຸມກາງສະໄໝແບບທາງໄກຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມສໍາຄັນຂອງສັນຍາອາເຊັບ ທີ່ຄວນຈະຕ້ອງໄດ້ເລັ່ງເຈລະຈາໃຫ້ສໍາເລັດຕາມຄາດ ໝາຍ, ເພື່ອຊຸກຍູ້ການພັດທະນາເສດຖະກິດໃຫ້ເຕີບໃຫຍ່ຂະຫຍາຍຕົວ ໂດຍສະເພາະຕ່ອງໂສ້ການສະໜອງ, ການຄ້າ ແລະການລົງທຶນຂອງພາກພື້ນທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໂຄວິດ-19.

ກອງປະຊຸມທາງໄກຂອງລັດຖະມົນຕີເສດຖະກິດ ລະດັບພາກພື້ນຄັ້ງທີ 10 - 104287907 1640226196130179 2017014699149101686 n 300x157 - ກອງປະຊຸມທາງໄກຂອງລັດຖະມົນຕີເສດຖະກິດ ລະດັບພາກພື້ນຄັ້ງທີ 10

ກອງປະຊຸມທາງໄກຂອງລັດຖະມົນຕີເສດຖະກິດ ລະດັບພາກພື້ນຄັ້ງທີ 10 - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມທາງໄກຂອງລັດຖະມົນຕີເສດຖະກິດ ລະດັບພາກພື້ນຄັ້ງທີ 10

ສັນຍາຂອງການເປັນຄູ່ຮ່ວມມືທາງເສດຖະກິດແບບຮອບດ້ານລະດັບພາກພື້ນ ຫລື ອາເຊັບ ເປັນຂໍ້ຕົກລົງທາງດ້ານເສດຖະກິດທີ່ສຳຄັນຂະໜາດໃຫຍ່ຂອງພາກພື້ນ ຊຶຶ່ງກວມເອົາປະຊາກອນຫຼາຍກວ່າ 1/3 ຂອງໂລກໂດຍໄດ້ເລີ່ມຕົ້ນການເຈລະຈາແຕ່ປີ 2012 ເປັນຕົ້ນມາ, ເປັນການເຈລະຈາຮ່ວມກັນລະຫວ່າງບັນດາປະເທດສະມາຊິກອາຊຽນ ກັບບັນດາປະເທດຄູ່ຮ່ວມເຈລະຈາຄື: ອົດສະຕຣາລີ, ສປ ຈີນ, ອິນເດຍ, ນິວຊີແລນ ແລະ ສ.ເກົາຫລີ ລວມເປັນ 16 ປະເທດດ້ວຍກັນເພື່ອການເຊື່ອມໂຍງທາງເສດຖະກິດຂອງພາກພື້ນໃຫ້ກວ້າງຂວວາງ ແລະ ເລິກເຊິ່ງຍິ່ງຂຶ້ນ.

ກອງປະຊຸມທາງໄກຂອງລັດຖະມົນຕີເສດຖະກິດ ລະດັບພາກພື້ນຄັ້ງທີ 10 - 104401211 1640225942796871 8507042212576530788 n 300x200 - ກອງປະຊຸມທາງໄກຂອງລັດຖະມົນຕີເສດຖະກິດ ລະດັບພາກພື້ນຄັ້ງທີ 10

ພ້ອມດຽວກັນ, ກໍເພື່ອສົ່ງເສີມການຂະຫຍາຍຕົວທາງດ້ານເສດຖະກິດ ໂດຍຜ່ານລະບົບການຄ້າແບບຫລາຍຝ່າຍ, ກໍຄືການພັດທະນາເສດຖະກິດທັງໃນພາກພຶ້ນ ແລະ ສາກົນ ໃຫ້ນັບມື້ມີຄວາມກ້າວໜ້າ.

ກອງປະຊຸມທາງໄກຂອງລັດຖະມົນຕີເສດຖະກິດ ລະດັບພາກພື້ນຄັ້ງທີ 10 - 3 - ກອງປະຊຸມທາງໄກຂອງລັດຖະມົນຕີເສດຖະກິດ ລະດັບພາກພື້ນຄັ້ງທີ 10
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!