ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ໄຂຂຶ້ນຢ່າງເປັນທາງການ
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງ ການ ໃນຕອນເຊົ້າວັນທີ 24 ມິຖິນາ ນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ມີບັນດາການນຳພັກ-ລັດ, ອະດີດການນຳຂັ້ນສູງ, ສະມາຊິກສະພາແຫ່ງຊາດທຸກເຂດເລືອກຕັ້ງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນໂອກາດກ່າວສູນທອນພົດໄຂກອງປະຊຸມ ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວໃຫ້ຮູວ່າ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ສຸມໃສ່ພິຈາລະນາບາງບັນ ຫາທີ່ສໍາຄັນຈໍານວນໜຶ່ງ ດັ່ງນີ້:
1. ພິຈາລະນາ,ຮັບຮອງບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 5 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020.
2. ຮັບຟັງການຕອບຄໍາຊັກຖາມຈາກ 4 ກະຊວງ ຄື: ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່ຽວກັບການກໍານົດ ແລະ ຈັດຕັ້ງປະຕິບັດ ບັນດານະໂຍບາຍ ແລະ ມາດຕະການ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 6 ເດືອນທ້າຍປີ 2020 ໃນຄວາມຮັບຜິດຊອບຂອງຂະແໜງການຕົນ.
3. ພິຈາລະນາ, ຮັບຮອງເອົາການປັບປຸງບາງມາດຕາຂອງກົດໝາຍ ຈໍານວນ 5 ສະບັບ, ໃນນີ້ ຂົງເຂດວຽກງານສະພາແຫ່ງຊາດ 3 ສະບັບ ແລະ ຂົງເຂດເສດຖະກິດ 2 ສະບັບ.
4. ພິຈາລະນາ, ຮັບຮອງ ບົດລາຍງານຜົນການຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຄຸ້ມຄອງ, ການສໍາຫຼວດ ແລະ ການຂຸດຄົ້ນ ແຮ່ທາດ, ຫີນແຮ່ ແລະ ຫີນຜາ.
5. ຮັບຟັງການລາຍງານການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ, ທິດທາງແຜນການ 6 ເດືອນທ້າຍປີ 2020 ຂອງຄະນະປະຈໍາສະພາແຫ່ງຊາດ.
6. ພິຈາລະນາການເລືອກຕັ້ງກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ.
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ໃນຄັ້ງນີ້ ຈະໄດ້ດຳ ເນີນແຕ່ວັນທີ 24 ມິຖຸນາ – 2 ກໍລະກົດ 2020 ແລະ ຈະດຳເນີນເປັນເວລາ 6 ວັນເຄິ່ງ