ໄຂ້ຍຸງລາຍນັບມື້ເພີ່ມຂຶ້ນໂດຍສະເພາະຢູ່ນະຄອນຫລວງວຽງຈັນ
ປັດຈຸບັນ, ພະຍາດໄຂ້ຍຸງລາຍ ພວມແພ່ລະບາດເປັນວົງກວ້າງໃນທົ່ວປະເທດ ນັບແຕ່ວັນທີ 28 ທັນວາ 2019 ຫາ ວັນທີ 22 ມິຖຸນາ 2020 ມີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວ 2.000 ກວ່າກໍລະນີ, ໃນນັ້ນເສຍຊີວິດ 5 ຄົນ.
ຫົວໜ້າພະແນກສາທາລະນະສຸກນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ສະພາບການລະບາດຂອງພະຍາດໄຂ້ຍຸງລາຍໃນຂອບເຂດທົ່ວປະເທດຍັງມີທ່າອ່ຽງເພີ່ມຂຶ້ນ, ໃນນີ້ຫລາຍກວ່າໝູ່ແມ່ນນະຄອນຫລວງວຽງຈັນມີ 434 ກວ່າກໍລະນີ, ໃນນັ້ນມີຜູ້ເສຍຊີວິດແລ້ວ 2 ກໍລະນີ.ຮ້າຍແຮງກວ່າໝູ່ແມ່ນເມືອງໄຊທານີ, ສັງທອງ ແລະ ເມືອງໄຊເຊດຖາ ເຊິ່ງເນື່ອງຈາກສະພາບດິນຟ້າອາກາດມີການປ່ຽນແປງໂດຍສະເພາະໄລຍະລະດູຝົນນີ້ອັນກໍ່ໃຫ້ເກີດມີນໍ້າອັ່ງຂັງ ຊຶ່ງເປັນເງື່ອນໄຂເອື້ອອຳນວຍໃຫ້ແກ່ການເພາະພັນຂອງຍຸງລາຍໄດ້ງ່າຍຂຶ້ນ.
ໄຂ້ຍຸງລາຍ ຕົ້ນຕໍແມ່ນເກີດມາຈາກຄວາມບໍ່ເອົາໃຈໃສ່ຕໍ່ການທຳລາຍແຫລ່ງເພາະພັນຂອງມັນ, ຄືຜ່ານການລົງກວດໜອນນໍ້າຍຸງລາຍ ຍັງພົບເຫັນຫລາຍຄອບຄົວມີໜອນນໍ້າຍຸງລາຍຢູ່ຕາມພາຊະນະບັນຈຸນໍ້າຕ່າງໆເຊັ່ນ: ກະໂປະ- ກະປ່ອງຢູ່ບໍລິເວນອ້ອມຂ້າງເຮືອນ, ເຊິ່ງບັນຫາດັ່ງກ່າວ ມັນສະແດງໃຫ້ເຫັນການມີສະຕິຂອງປະຊາຊົນໃນການປ້ອງກັນຍັງບໍ່ທັນສູງ ໂດຍອາໄສແຕ່ພະແນກການກ່ຽວຂ້ອງ ກໍຄືອາສາສະໝັກຂັ້ນບ້ານເປັນຜູ້ປະຕິບັດພຽງຝ່າຍດຽວ.
ເພື່ອເປັນການປ້ອງກັນພະຍາດດັ່ງກ່າວບໍ່ໃຫ້ແຜ່ລາມອອກເປັນວົງກວ້າງແລະບໍ່ໃຫ້ມີກໍລະນີໃໝ່ນັ້ນກະຊວງສາທາລະນະສຸກຮຽກຮ້ອງໃຫ້ທຸກພາກສ່ວນແລະປະຊາຊົນທຸກຄົນຈົ່ງພ້ອມກັນເພີ່ມທະວີການສະກັດກັ້ນ, ຄວບຄຸມແລະປ້ອງກັນການແພ່ລະບາດຂອງເຊື້ອພະຍາດໄຂ້ຍຸງລາຍໂດຍສະເພາະໃຫ້ເປັນເຈົ້າການໃນປ້ອງກັນບໍ່ໃຫ້ຍຸງລາຍກັດໄປຄຽງຄູ່ກັບການປະຕິບັດຫລັກການ5ປເປັນປະຈຳທັງມີການທຳລາຍແຫລ່ງເພາະພັນໜອນນ້ຳຍຸງລາຍ “ບໍ່ມີໜອນນ້ຳກໍຈະບໍ່ມີຍຸງລາຍ”.