ກຳມະກອນຫວຽດນາມເຮັດວຽກກາງຄືນພັກຕອນກາງເວັນ ເພື່ອຫຼີກຮ້ອນ

ກຳມະກອນຫວຽດນາມເຮັດວຽກກາງຄືນພັກຕອນກາງເວັນ ເພື່ອຫຼີກຮ້ອນ - 23 1 - ກຳມະກອນຫວຽດນາມເຮັດວຽກກາງຄືນພັກຕອນກາງເວັນ ເພື່ອຫຼີກຮ້ອນ
ກຳມະກອນຫວຽດນາມເຮັດວຽກກາງຄືນພັກຕອນກາງເວັນ ເພື່ອຫຼີກຮ້ອນ - kitchen vibe - ກຳມະກອນຫວຽດນາມເຮັດວຽກກາງຄືນພັກຕອນກາງເວັນ ເພື່ອຫຼີກຮ້ອນ

ເພື່ອຫຼີກຄວາມຮ້ອນອົບເອົ້າຍາມກາງເວັນ, ກຳມະກອນກໍ່ສ້າງຂອງຫວຽດນາມໄດ້ເລີ່ມເຂົ້າວຽກແຕ່ເວລາ 4 ໂມງເຊົ້າ ຮອດ 8:30 ກໍພັກ. ຕອນແລງເລີ່ມແຕ່ເວລາ16 ໂມງຫາ 20 ໂມງ 30 .

3 ໂມງເຊົ້າກຳມະກອນທຸກຄົນຕ້ອງໄດ້ລຸກຂຶ້ນມາເພື່ອກະກຽມກິນເຂົ້າເຊົ້າ ແລະ ເຂົາການໃຫ້ທັນເວລາ 4 ໂມງ. ພໍເຖິງເວລາ 4 ໂມງເຊົ້າ ກຳມະກອນທຸກຄົນມີໜ້າຢູ່ທີ່ສະໜາມກໍ່ສ້າງ. ການທີ່ເຮັດວຽກກາງຄືນແບບນີ້ ກໍເພື່ອຫຼີກຄວາມຮ້ອນອົບເອົ້າຂອງແສງຕາເວັນທີ່ມີຄວາມຮ້ອນສູງເຖິງ 40 ອົງສາເຊ ຫຼື ສູງກວ່ານັ້ນ.

ກຳມະກອນຫວຽດນາມເຮັດວຽກກາງຄືນພັກຕອນກາງເວັນ ເພື່ອຫຼີກຮ້ອນ - Visit Laos Visit SALANA BOUTIQUE HOTEL - ກຳມະກອນຫວຽດນາມເຮັດວຽກກາງຄືນພັກຕອນກາງເວັນ ເພື່ອຫຼີກຮ້ອນ

ກຳມະກອນຄົນໜຶ່ງໃຫ້ຮູ້ວ່າ “ປີ 2019 ກໍໃນໄລຍະດຽວກັນນີ້ ເຮັດວຽກຢູ່ພາຍໃຕ້ອາກາດຮ້ອນອົບເອົ້າ ກຳມະກອນຄົນໜຶ່ງໄດ້ເກີດເປັນລົມຢູ່ກາງສະໜາມ ແລະ ໄດ້ນຳສົ່ງໄປໂຮງໝໍດ່ວນເພື່ອກູ້ຊີວິດ. ຖອດຖອນບົດຮຽນຈາກປີກາຍ, ປີນີ້ ເມື່ອມີອາກາດຮ້ອນແບບນີ້  ຈຳເປັນຕ້ອງໄດ້ປັບປ່ຽນເວລາເຮັດວຽກ ເພື່ອຫຼີກລ່ຽງຄວາມຮ້ອນອົບເອົ້າໃຫ້ແກ່ກຳມະກອນ ເພື່ອຮັບປະກັນປະສິດທິຜົນຂອງງານ”.

ເມື່ອເຖິງ 8:30 ໜ້າວຽກກໍສຳລັດເສັດສິ້ນຮຽບຮ້ອຍ ກຳມະກອນກໍໄດ້ພັກຜ່ອນ ເພື່ອເອົາເຫື່ອແຮງ ແລະ ຫຼີກຮ້ອນເພື່ອຕຽມຕົວເຂົ້າໜ້າວຽກໃນເວລາ 16 ຕໍ່ໄປ.

ຂ່າວ: ລູກເມືອງພວນ

ກຳມະກອນຫວຽດນາມເຮັດວຽກກາງຄືນພັກຕອນກາງເວັນ ເພື່ອຫຼີກຮ້ອນ - 4 - ກຳມະກອນຫວຽດນາມເຮັດວຽກກາງຄືນພັກຕອນກາງເວັນ ເພື່ອຫຼີກຮ້ອນ
ກຳມະກອນຫວຽດນາມເຮັດວຽກກາງຄືນພັກຕອນກາງເວັນ ເພື່ອຫຼີກຮ້ອນ - 3 - ກຳມະກອນຫວຽດນາມເຮັດວຽກກາງຄືນພັກຕອນກາງເວັນ ເພື່ອຫຼີກຮ້ອນ
ກຳມະກອນຫວຽດນາມເຮັດວຽກກາງຄືນພັກຕອນກາງເວັນ ເພື່ອຫຼີກຮ້ອນ - 5 - ກຳມະກອນຫວຽດນາມເຮັດວຽກກາງຄືນພັກຕອນກາງເວັນ ເພື່ອຫຼີກຮ້ອນ
  • 1097 Posts
  • 0 Comments
iLike/LPN/20