ຟ້າຜ່າຢູ່ອິນເດຍ ມີຜູ້ເສຍຊີວິດ 100 ກວ່າຄົນ
ລາຍງານຈາກເຈົ້າໜ້າທີ່ສຳນັກງານບໍລິຫານແກ້ໄຂໄພພິບັດ ໃນລັດພິຫານ ວັນທີ 25 ມິຖຸນາ 2020 ເປີດເຜີຍວ່າ: ມີຜູ້ເສຍຊີວິດແລ້ວ 83 ຄົນຈາກເຫດຟ້າຜ່າ ແລະ ໄດ້ຮັບບາດເຈັບເຂົ້າຮັບການປິ່ນປົວຢູ່ໂຮງໝໍອີກ 20 ຄົນ, ສ່ວນຢູ່ລັດອຸຕໍປະເທດ ທີ່ຢູ່ຕິດກັນເສຍຊີວິດຢ່າງໜ້ອຍ 20 ຄົນ. ນອກຈາກນີ້ ພາຍຸຝົນຟ້າຄະນອງ ແລະ ຝົນຕົກໜັກໃນລະດູມໍລະສຸມຢູ່ອິນເດຍ ຍັງສ້າງຄວາມເສຍຫາຍແກ່ເຮືອນຊານ ແລະ ຕົ້ນໄມ້ໃຫຍ່ເປັນບໍລິເວນກວ້າງ.
ນາຍົກລັດຖະມົນຕີ ນາເຣນທຣາ ໂມດີ ຂອງອິນເດຍ ອອກຖະແຫລງການສະແດງຄວາມເສຍໃຈຕໍ່ຄອບຄົວຂອງຜູ້ເສຍຊີວິດ ພ້ອມສັ່ງໃຫ້ໜ່ວຍງານທີ່ກ່ຽວຂ້ອງໃຫ້ການຊ່ວຍເຫລືອປະຊາຊົນທີ່ປະສົບໄພຢ່າງຮີບດ່ວນ.
ທ່ານ ລັກຂະມີວາ ໄຣ ລັດຖະມົນຕີກະຊວງບໍລິຫານແກ້ໄຂໄພພິບັດລັດພິຫານ ເປີດເຜີຍວ່າ: ຖືເປັນການເສຍຊີວິດຈາກຟ້າຜ່າໃນເຂດລັດຈຳນວນຫລາຍທີ່ສຸດຄັ້ງໜຶ່ງໃນໄລຍະເວລາຫລາຍປີ ໂດຍກວ່າເຄິ່ງໜຶ່ງຂອງຜູ້ເສຍຊີວິດຢູ່ທາງຕອນເໜືອ ແລະ ຕາເວັນອອກຂອງລັດ, ສ່ວນຢູ່ລັດອຸຕໍປະເທດຜູ້ເສຍຊີວິດເກືອບທັງໝົດເປັນປະຊາຊົນໃນພື້ນທີ່ດິໂອເຣຍ ໃກ້ເຂດແດນເນປານ.
ຂໍ້ມູນສຳນັກງານສະຖິຕິອາຊະຍາກອນແຫ່ງຊາດອິນເດຍ ຫລື NCRB ລະບຸວ່າ: ມີປະຊາຊົນເສຍຊີວິດຈາກຟ້າຝ່າທົ່ວອິນເດຍຫລາຍກວ່າ 2.800 ຄົນ ໃນປີ 2019 ແລະ ເສຍຊີວິດຢ່າງໜ້ອຍປີລະ 2.000 ຄົນ ນັບແຕ່ປີ 2005 ແລະ ໜຶ່ງໃນສາເຫດຂອງການເສຍຊີວິດຈາກຟ້າຝ່າຢູ່ອິນເດຍເປັນຈຳນວນຫລາຍ ເນື່ອງຈາກປະຊາຊົນສ່ວນຫລາຍເຮັດວຽກກາງແຈ້ງໃນຂະນະເກີດພາຍຸຝົນຟ້າຄະນອງ. ໂດຍໃນປີ 2019 ສຳນັກງານອຸຕຸນິຍົມວິທະຍາ ລັດອານທໍປະເທດ ທາງພາກໃຕ້ເບື້ອງຕາເວັນອອກ ບັນທຶກສັນຍານການເກີດຟ້າຝ່າສູງເປັນສະຖິຕິເຖິງ 36.749 ຄັ້ງ ໃນໄລຍະເວລາພຽງ 13 ຊົ່ວໂມງ.