ຮັບ​ລັດຖະກອນ​ໃໝ່​ຕ້ອງ​ເລັ່ງ​ໃສ່​ຄຸນ​ນະພາ​ບ

ຮັບ​ລັດຖະກອນ​ໃໝ່​ຕ້ອງ​ເລັ່ງ​ໃສ່​ຄຸນ​ນະພາ​ບ - 6666 1 - ຮັບ​ລັດຖະກອນ​ໃໝ່​ຕ້ອງ​ເລັ່ງ​ໃສ່​ຄຸນ​ນະພາ​ບ
ຮັບ​ລັດຖະກອນ​ໃໝ່​ຕ້ອງ​ເລັ່ງ​ໃສ່​ຄຸນ​ນະພາ​ບ - kitchen vibe - ຮັບ​ລັດຖະກອນ​ໃໝ່​ຕ້ອງ​ເລັ່ງ​ໃສ່​ຄຸນ​ນະພາ​ບ

ໂດຍ: ທິດ​ກໍ່າ

​ເຫັນ​ແຫ​ລ່ງຂ່າວ​ຮື​ຮາ​ກັນ​ໃນ​ສື່​ອອນ​ລາຍ​ຢ່າງ​ກວ້າງຂວາງ ຄື​ໃນ​ວັນ​ທີ 16 ມິຖຸນາ 2020 ຜ່ານ​ມາ ຢູ່​ໂຮງຮຽນ​ບ້ານ​ຫ້ວຍ​ເງິນ ​ເມືອງ​ຈຳປາ​ສັກ ​ແຂວງ​ຈຳປາ​ສັກ ​ໄດ້​ມີ​ຄູ​ອາສາ​ສະໝັກ​ທ່ານ​ໜຶ່ງ (ຂໍ​ສະຫງວນ​ຊື່) ​ໄດ້​ຮ້ອງ​ໄຫ້​ຮໍ່າ​ໄຮ​ຈົນ​ນ້ຳຕາ​ໄຫລ​ອາບ​ແກ້ມ​ຕໍ່​ກັບ​ນັກຮຽນທີ່​ຕົນ​ໄດ້​ສິດສອນ, ​ໃກ້ຊິດຕິດ​​ແທດ ​ແລະ ຜູກ​ພັນ​ມາ​ຫລາຍ​ປີ ພາຍຫລັງ​ໄດ້​ຕັດສິນ​ໃຈ​ແຂວນ​ນວມ​ລາ​ອອກ​ຈາກ​ການ​ເປັນ​ແມ່ພິມ​ຂອງ​ຊາດ. ສາ​ເຫດ​ກໍ​ຍ້ອນ​ວ່າ​ຕົນ​ໄດ້​ເປັນ​ຄູ​ອາສາ​ສະໝັກ​ມາ​ເປັນ​ເວລາ​ຫ້າ​ປີ ​ແລະ ​ເຄີຍ​ໄດ້​ເຂົ້າຮ່ວມ​ການ​ສອບ​ເສັງ​ເຂົ້າ​ເປັນ​ລັດຖະກອນ​ຄູ​ມາ​ຫລາຍ​ຄັ້ງ ​ແຕ່​ຍັງ​ບໍ່​ທັນ​ມີ​ວີ່​ແວວ​ຈະ​ໄດ້​ເຂົ້າ​ເປັນ​ລັດຖະກອນ ຈຶ່ງ​ໄດ້​ຕັດສິນ​ໃຈ​ວາງ​ມື​ຈາກ​ການ​ເປັນ​ອາຊີບ​ຄູ ​ເພື່ອ​ໄປ​ຊອກ​ຫາ​ອາຊີບ​ອື່ນ​ທີ່​ເໝາະ​ສົມ​ສູ້​ຊີວິດ​ລ້ຽງ​ປາກ​ລ້ຽງ​ທ້ອງ​ໃນ​ສັງຄົມ​ບ້ານ​ເມືອງ. ຕໍ່​ເຫດການ ​ແລະ ປາກົດການ​ເກີດ​ຂຶ້ນນີ້ ​ໄດ້​ສະທ້ອນ​ໃຫ້​ເຫັນ​ເຖິງ​ສະພາບ​ສັງຄົມ​ລາວ​ແງ່​ມຸມ​ໜຶ່ງ​ໃນ​ໄລຍະ​ຜ່ານ​ມາ ກໍ​ຄື​ປັດຈຸບັນ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ວົງ​ການ​ສຶກສາ​ທີ່​ຍັງ​ເປັນ​ບັນຫາ​ກ້າງ​ຄາ​ຄໍ​ຈົນ​ມາ​ຮອດ​ທຸກ​ວັນ​ນີ້.

ຮັບ​ລັດຖະກອນ​ໃໝ່​ຕ້ອງ​ເລັ່ງ​ໃສ່​ຄຸນ​ນະພາ​ບ - Visit Laos Visit SALANA BOUTIQUE HOTEL - ຮັບ​ລັດຖະກອນ​ໃໝ່​ຕ້ອງ​ເລັ່ງ​ໃສ່​ຄຸນ​ນະພາ​ບ

​ໃນ​ເບື້ອງຕົ້ນ, ກໍ​ຄິດ​ວ່າການ​ທີ່​ອາສາ​ສະໝັກ​ເຂົ້າມາ​ເປັນ​ຄູ​ອາສາ​ກໍ​ຍ້ອນ​ຕົນ​ເອງ​ຮຽນ​ຈົບ​ວິຊາ​ສະ​ເພາະ​ຄູ​ມາ​ຈາກ​ສະ​ຖາ​ບັນ​ສ້າງ​ຄູ​ຢ່າງ​ຄັກ​ແນ່, ​ແຕ່​ຍັງ​ບໍ່​ທັນ​ມີ​ວຽກ​ເຮັດ​ງານ​ທຳ ທັງ​ບໍ່​ທັນ​ມີ​ຕົວ​ເລກ​ສັບ​ຊ້ອນ ຈຶ່ງ​ຂໍ​ອາສາ​ເຮັດ​ໜ້າ​ທີ່​ຮັບ​ໃຊ້​ຊາດ, ຮັບ​ໃຊ້​ປະຊາຊົນ ​ໂດຍ​ບໍ່​ຫວັງ​ສິ່ງ​ຕອບ​ແທນ ​ເພື່ອ​ລໍຖ້າ​ຈະ​ໄດ້​ເຂົ້າ​ເປັນ​ລັດຖະກອນ​ໃນ​ອະນາຄົດ. ນອກຈາກ​ນັ້ນ ການ​ທີ່​ອາສາ​ສະໝັກ​ເປັນ​ຄູ​ສອນ ​ໂດຍ​ທີ່​ບໍ່​ມີ​ເງິນ​ເດືອນ, ບໍ່​ມີ​ນະ​ໂຍບາຍ​ໃດໆ​ຈາກ​ການຈັດຕັ້ງ ​ແລະ ຂັ້ນ​ເທິງ ກໍ​ແມ່ນ​ຕົນ​ເອງ​ໄດ້​ຕັດສິນ​ໃຈ​ຂໍ​ອາສາ​ຮັບ​ໃຊ້​ໜ້າ​ທີ່, ຮັບ​ໃຊ້​ຊາດ ​ແລະ ຮັບ​ໃຊ້​ປະຊາຊົນ​ດ້ວຍ​ຄວາມ​ຈົງ​ຮັກ​ພັກດີ ​ແລະ ຊື່ສັດ​ບໍລິສຸດ. ​ແຕ່​ມາ​ເບິ່ງ​ໃນ​ທາງກົງກັນຂ້າມ ​ເມື່ອ​ຍ່າງ​ກ້າວ​ຂາ​ເຂົ້າມາ​ປະຕິບັດ​ໜ້າ​ທີ່​ເປັນ​ເວລາ​ຫລາຍ​ປີ ຄວາມ​ຫວັງ​ໃນ​ການ​ລໍຄອຍ​ທີ່​ຈະ​ໄດ້​ເຂົ້າ​ເປັນ​ລັດຖະກອນ​ມັນ​ຍັງ​ມືດ​​ແປດ​ດ້ານ, ບໍ່​ຮູ້​ວ່າ​ວັນ​ໃດ, ​ເດືອນ​ໃດ ​ແລະ ປີ​ໃດ​ຕົນ​ເອງ​ຈະ​ຖືກ​ສັບ​ຊ້ອນ, ບັນຈຸ​ຮັບຮອງ​ໄດ້​ເປັນ​ລັດຖະກອນ​ຕາມ​ຄວາມ​ມຸ້ງ​ຫວັງ. ​ເພາະສະນັ້ນ ຈຶ່ງ​ມີ​ຈິດ​ໃຈ​ທໍ້ຖອຍ ​ຈຳ​ເປັນ​ຕ້ອງ​ໄດ້ຄິດ​ໃໝ່, ຫ​າ​ເສັ້ນທາງ​ໃໝ່ ​ເພື່ອ​ໄປ​ປະກອບ​ອາຊີບ​ອື່ນ​ທີ່​ເໝາະ​ສົມ​ກັບ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ຕົນ​ເອງ​ເທົ່າ​ທີ່​ມີ ​ແລະ ສາມາດ​ເຮັດ​ໄດ້. ນີ້​ກໍ​ເປັນ​ປາກົດການ​ຫຍໍ້​ທໍ້​ອັນ​ໜຶ່ງ​ໃນ​ປະ​ເທດ​ເຮົາ​ທີ່​ເປັນ​ຊຳ​ເຮື້ອມາ​ຢ່າງ​ຍາວ​ນານ ​ແລະ ພວມ​ຜະ​ເຊີນ​ໜ້າ​ທີ່​ຈະ​ຕ້ອງ​ຫາ​ວິທີ​ແກ້​ໄຂ​ໃຫ້​ໂລ່ງ​ລ່ຽນ ​ແລະ ສຳ​ເລັດ​ໄປ​ໂດຍ​ດີ.

​ເວົ້າ​ເລື່ອງ​ພະນັກງານ​ອາສາ​ສະໝັກ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ການ​ປະຕິວັດ​ຜ່ານ​ມາ ມັນ​ບໍ່​ວ່າ​ແຕ່​ໃນ​ຂະ​ແໜງ​ການ​ສຶກສາ ຍັງ​ມີ​ຫລາຍ​ຂະ​ແໜງ​ການ​ຢ່າງ​ຖົມ​ເຖທີ່​ຍັງ​ເປັນ​ບັນຫາ​ກືນ​ບໍ່​ເຂົ້າຄາຍ​ບໍ່​ອອກ ​ເປັນຕົ້ນຂະ​ແໜງ​ການ​ເງິນ, ຈຸດ​ໜັກ​ແມ່ນ​ໃນ​ກຸ່ມ​ວຽກ​ເປັນ​ອາກອນ, ​ເປັນ​ພາສີ ​ແລະ ບັນດາ​ຂະ​ແໜງ​ການ​ທີ່​ໃກ້​ກັບ​ເງິນ. ຈົນ​ມາ​ຮອດ​ດຽວ​ນີ້ ບັນດາ​ຕົວ​ເລກ​ພະນັກງານ​ອາສາ​ທີ່​ຍັງ​ຄ້າງ​ໂຄກ​ສັງກັດ​ໃນ​ບັນດາ​ຂະ​ແໜງ​ການ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ມີ​ຈຳນວນ​ຫລາຍ​ພັນ​ຄົນ.

​ເມື່ອ​ຕັ້ງ​ໂຈດ​ກັນ​ວ່າ, ​ເປັນ​ຫຍັງ​ສະພາບ​ຢູ່​ບ້ານ​ເຮົາ​ຈຶ່ງ​ມີ​ພະນັກງານ​ອາສາ​ຫລາຍ​ແທ້ ? ຄຳ​ຕອບ​ທີ່​ແນ່ນອນ ກໍ​ຄື​ມັນ​ເກີດ​ຂຶ້ນຈາກ​ຫລາຍ​ປັດ​ໄຈ ​ແລະ ຫລາຍ​ສາ​ເຫດ ​ເປັນຕົ້ນຍ້ອນ​ຄວາມ​ຕ້ອງການ​ຂອງ​ວຽກ​ງານ, ສະພາບ​ພະນັກງານ​ເຫ​ລື​ອບໍ່ໍພໍ, ພະນັກງານ​ລັດ​ທີ່​ສັງກັດ​ໃນ​ຫລາຍ​ຂະ​ແໜງ​ການ​ບໍ່​ມີ​ຄຸນ​ນະພາ​ບ​ໃນ​ການ​ເຮັດ​ວຽກ, ການ​ຮັບ​ເອົາ​ອາສາ​ຜ່ານ​ມາ​ມັນ​ມີ​ຄົນ​ເຈົ້າຄົນ​ຂ້ອຍ, ຄົນ​ເຈົ້າຄົນ​ນາຍ, ​ເກີດ​ປາກົດການ​ຊື້ຈ້າງ​ເຂົ້າ​ເຮັດ​ວຽກ ​ແລະ ບັນຫາ​ອື່ນໆ ຍ້ອນ​ເກີດ​ປາກົດການ​ຫຍໍ້​ທໍ້​ຕ່າງໆ​ທີ່​ກ່າວ​ມາ​ນີ້ ​ໂດຍ​ສະ​ເພາະ​ໃນ​ຄະນະ​ລັດຖະບານ​ຊຸດ​ທີ VIII ຈຶ່ງ​ຫາ​ວິທີ​ທາງ​ອອກ ​ເພື່ອ​ຄັດ​ຈ້ອນ​ເອົາ​ພະນັກງານ​ອາສາ​ເຂົ້າ​ເປັນ​ລັດຖະກອນ​ດ້ວຍ​ຮູບ​ການ​ສອບ​ເສັງ ​ເພື່ອ​ຮັບປະກັນ​ທາງ​ດ້ານ​ຄຸນ​ນະພາ​ບ ຍ້ອນ​ວ່າ​ຜູ້​ທີ່​ໄດ້​ຮັບ​ເຂົ້າ​ເປັນ​ລັດຖະກອນ​ໃນ​ຜ່ານ​ມານັ້ນ ບາງ​ຄົນ​ກໍ​ດີ​ແທ້, ມີ​ຄວາມ​ຮູ້​ຄວາມ​ສາມາດ​ແທ້, ມີ​ຄຸນສົມບັດ​ທັດສະນະ​ທີ່​ເໝາະ​ສົມ​ແທ້ ທັງ​ຖືກຕ້ອງ​ສອດຄ່ອງ​ກັບ​ວິຊາ​ສະ​ເພາະ​ທີ່​ຕ້ອງການ​ແທ້. ​ແຕ່​ກົງກັນຂ້າມ ບາງຄົນ​ທີ່​ຮັບ​ເຂົ້າ​ໄປ​ແລ້ວ​ເຮັດ​ວຽກ​ບໍ່​ມີ​ຄຸນ​ນະພາ​ບ, ບໍ່​ສອດຄ່ອງ​ກັບ​ວິຊາ​ທີ່​ຕ້ອງການ ທັງ​ບໍ່​ສອດຄ່ອງ​ກັບ​ມາດຕະຖານ​ຂອງ​ລັດຖະກອນ ມັນ​ກໍ​ເລີຍ​ມີ​ບັນຫາ​ຕາມ​ມາ​ຫລາຍ​ຢ່າງ​ທີ່​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ປັບປຸງ ​ແລະ ປ່ຽນ​ແປງ​ໃຫ້​ເຖິງ​ກົກ​ເຖິງ​ຮາກ, ດີກ​ວ່າ​ເກົ່າ, ຮັບປະກັນ​ກວ່າ​ເກົ່າ ​ແລະ ​ໃຫ້​ມີ​ຄຸນ​ນະພາ​ບກວ່າ​ເກົ່າ.

ນັບ​ແຕ່​ມີ​ນະ​ໂຍບາຍ​ໃໝ່​ນີ້​ອອກ​ມາ ​ໃນ​ຂະ​ແໜງ​ການ​ສຶກສາ​ກໍ​ພວມ​ຈັດ​ຕັ້ງປະຕິບັດ​ໃຫ້​ເກີດ​ດອກ​ອອກ​ຜົນ ​ໂດຍ​ທາງ​ກະຊວງ​ສຶກສາ​ທິການ ​ແລະ ກິລ​າ​ເປັນ​ເຈົ້າການ​ແບ່ງ​ຕົວ​ເລກ​ຕາມ​ການ​ແບ່ງປັນ​ແລ້ວ​ໃຫ້​ແຕ່ລະ​ແຂວງ​ຈັດຕັ້ງການ​ສອບ​ເສັງ ​ແລະ ຄັດ​ເລືອກ​ເອົາ​ຕາມ​ແຕ່​ລະວິ​ຊາ​ທີ່​ມີ​ຄວາມ​ຕ້ອງການ. ມາ​ຮອດ​ປັດຈຸບັນ​ນີ້ ​ໄດ້​ມີ​ຫລາຍ​ແຂວງ​ພວມ​ເລັ່ງລັດ​ຈັດຕັ້ງປະຕິບັດ​ການ​ສອບ​ເສັງ​ໄປ​ຕາມ​ທຸກ​ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ລັດຖະບານ​ໄດ້​ວາງ​ອອກ. ດັ່ງ​ຫລ້າ​ສຸດ ​ໃນ​ວັນ​ທີ 20 ມິຖຸນາ 2020 ​ແຂວງ​ໄຊ​ສົມບູນ ກໍ​ຄື​ຂະ​ແໜງ​ການ​ສຶກສາ​ໄດ້​ຈັດຕັ້ງການ​ສອບ​ເສັງ​ເອົາ​ລັດຖະກອນ​ຄູ​ຂອງ​ຕົນ​ຢ່າງ​ເປັນ​ທາງ​ການ ​ເຊິ່ງມີ​ຄູ​ອາສາ​ເຂົ້າຮ່ວມ​ເຖິງ 100 ກວ່າ​ຄົນ ​ໃນ​ນີ້​ຈະ​ຄັດ​​ເອົາ​ຜູ້​ມີ​ຄະ​ແນນ​ດີ​ຕາມ​ລຳດັບ​ໃນ​ແຜນ​ທີ່​ຕ້ອງການ​ຈຳນວນ 30 ກວ່າ​ຄົນ.

​ເຖິງ​ຢ່າງ​​ໃດ​ກໍ​ດີ, ​ໃນ​ອະນາຄົດ ນັບ​ແຕ່​ໄລຍະ​ໃໝ່​ນີ້​ເປັນຕົ້ນ​ໄປ ​ແນ່ນອນ​ວ່າ​ຜູ້​ທີ່​ຈະ​ໄດ້​ເຂົ້າ​ເປັນ​ລັດຖະກອນ​ນັ້ນ ບໍ່​ວ່າ​ຂະ​ແໜງ​ການ​ໃດ​ກໍ​ດີ ຕ້ອງ​ເປັນ​ຄົນ​ທີ່​ມີ​ຄວາມ​ຮູ້, ຄວາມ​ສາມາດ​ທີ່​ແນ່ນອນ. ນອກຈາກ​ນັ້ນ ຍັງ​ຕ້ອງ​ອີງ​ໃສ່​ຜົນງານ, ອີງ​ໃສ່​ຄຸນສົມບັດ ​ເຊິ່ງ​ໂດຍ​ລວມ​ແລ້ວ ຜູ້​ໃດ​ເກັ່ງ​ຈຶ່ງ​ສາມາດ​ສອບ​ເສັງ​ຜ່ານ​ເຂົ້າ​ເປັນ​ລັດຖະກອນ​​ໄດ້. ກົງກັນຂ້າມ ຖ້າ​ບຸກຄົນ​ໃດ​ບໍ່​ຝຶກ​ຝົນ​ຮໍ່າຮຽນ​ພັດທະນາ​ຕົນ​ເອງ​ກໍ​ຈະ​ບໍ່​ໄດ້​ເຂົ້າ​ເປັນ​ພະນັກງານ​ຂອງ​ລັດ​ຢ່າງ​ແນ່ນອນ.

ຮັບ​ລັດຖະກອນ​ໃໝ່​ຕ້ອງ​ເລັ່ງ​ໃສ່​ຄຸນ​ນະພາ​ບ - 3 - ຮັບ​ລັດຖະກອນ​ໃໝ່​ຕ້ອງ​ເລັ່ງ​ໃສ່​ຄຸນ​ນະພາ​ບ
ຮັບ​ລັດຖະກອນ​ໃໝ່​ຕ້ອງ​ເລັ່ງ​ໃສ່​ຄຸນ​ນະພາ​ບ - 4 - ຮັບ​ລັດຖະກອນ​ໃໝ່​ຕ້ອງ​ເລັ່ງ​ໃສ່​ຄຸນ​ນະພາ​ບ
ຮັບ​ລັດຖະກອນ​ໃໝ່​ຕ້ອງ​ເລັ່ງ​ໃສ່​ຄຸນ​ນະພາ​ບ - 5 - ຮັບ​ລັດຖະກອນ​ໃໝ່​ຕ້ອງ​ເລັ່ງ​ໃສ່​ຄຸນ​ນະພາ​ບ