ການປະເຊີນໜ້າກັນທາງອາກາດລະຫວ່າງເຮືອບິນຮົບຂອງກຸ່ມ ນາໂຕ ກັບ ເຮືອບິນຮົບຂອງ ລັດເຊຍ
ກະຊວງປ້ອງກັນປະເທດລັດເຊຍໃຫ້ຮູ້ວ່າ ອົງການຈັດຕັ້ງສົນທິສັນຍາ ແອດລັນຕິກເໜືອ ຫຼື ນາໂຕ(NATO) ໄດ້ສົ່ງເຮືອບິນຮົບປະສິດໄລ່ຕິດຕາມເຄື່ອງບິນສອດແນມສອງລຳຂອງຕົນ ຢູ່ທາງທິດເໜືອຂອງມະຫາສະໝຸດປາຊີຟິກ.
ຖະແຫຼງການຂອງກະຊວງປ້ອງກັນປະເທດຂອງລັດເຊຍ ວັນທີ 28 ມີຖຸນານີ້ ໃຫ້ຮູ້ວ່າ: ເຄື່ອງບິນສອດແນມຕໍ່ຕ້ານໃຕ້ດິນ Tu-142MK ສອງລຳຂອງຕົນທີ່ກຳລັງປະຕິບັດພາລະກິດບົນນ່ານຟ້າທະເລ Barentsແລະ ເຂດອື່ນໆທາງທີດເໜືອນັ້ນ ໄດ້ປະເຊີນໜ້າກັບເຮືອບິນຮົບ F-16 ຂອງປະເທດ ນອກແວ.
ໃນເວລາດຽວກັນມີຈຸບິນ Tu-142MK 4 ລຳບິນຜ່ານເຂດພາກເໜືອຂອງມະຫາສະໝຸດປາຊີຟິກ ເພື່ອໄປຍັງພາກຕາເວັນອອກໄກຂອງລັດເຊຍ. ໃນຂະນະທີ່ກຳລັງບິນຢູ່ນັ້ນ ໄດ້ຖືກເຮືອບິນຮົບ F-22ຂອງສະຫະລັດປະກົບໄລ່ຕິດຕາມຕະຫຼອດເວລາ.
ເຈົ້າໜ້າທີ່ລັດເຊຍຢືນຢັນວ່າ ເຮືອບິນຮົບຂອງພວກເຂົາບິນຢູ່ເນດນ່ານຟ້າລວມ ແຕ່ຖືກເຮືອບິນ MiG-31 ປິດລ້ອມຕະຫຼອດເສັ້ນທາງບິນ.
ສຳນັກຂ່າວໜັງສືພິມ RT ໃຫ້ຮູ້ວ່າ ເຮືອບິນຮົບຂອງລັດເຊຍ ແລະ ນາໂຕ ປະສິດຕິດຕາມ ເປັນປະຈຳ ຈົນເຖິງເສັ້ນຊາຍແດນ.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ vietnamnet)