ການແກ້ໄຂ ແລະ ຟື້ນຟູຫລັງໄພພິບັດ ຢູ່ເມືອງສະໜາມໄຊມີຄວາມຄືບໜ້າຫລາຍດ້ານ


ໃນວັນທີ 30 ມິຖຸນາ 2020, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ແຂວງອັດຕະປື ໄດ້ຈັດກອງປະຊຸມເພື່ອປຶກສາຫາລື ແລະ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານແກ້ໄຂ ແລະ ຟື້ນຟູຫລັງໄພພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປື.
ກອງປະຊຸມດັ່ງກ່າວຈັດຂຶ້ນທີ່ແຂວງອັດຕະປື ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຜູ້ປະຈຳການ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໂດຍມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.
ຮອງເຈົ້າແຂວງອັດຕະປື ລາຍງານວ່າ: ມາຮອດປັດຈຸບັນ ໄດ້ເບີກຈ່າຍເງິນຊົດເຊີຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບເບົາຈຳນວນ 13 ບ້ານ, 3 ຄຸ້ມ ສຳເລັດແລ້ວ 5 ລາຍການຄື: ພາຫະນະ, ທຸລະກິດຄົວເຮືອນ, ເຄື່ອງໃຊ້ຄົວເຮືອນ, ສັດລ້ຽງ ແລະ ເຄື່ອງມືກະສິກຳ-ສະບຽງອາຫານ ລວມມູນຄ່າ 28 ຕື້ກວ່າກີບ ແລະ ກໍາລັງສືບຕໍ່ປະເມີນຜົນກະທົບສຳລັບລາຍການທີ 6 ເຊິ່ງເປັນລາຍການສຸດທ້າຍຄື: ສິ່ງປຸກສ້າງ ແລະ ວັດຖຸມີຄ່າ. ຂະນະດຽວກັນ, ກໍໄດ້ເບີກຈ່າຍເງິນຊົດເຊີຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບໜັກ ຈຳນວນ 6 ບ້ານ, 1 ຄຸ້ມ ສໍາລັບ 5 ລາຍການ ສຳເລັດແລ້ວ 50% ລວມມູນຄ່າ 50 ກວ່າຕື້ກີບ ແລະ ກະກຽມເບີກຈ່າຍສ່ວນທີ່ເຫລືອອີກ 44 ຕື້ກວ່າກີບ ໃຫ້ສຳເລັດໃນໄວໆນີ້, ສ່ວນລາຍການທີ 6 (ສິ່ງປຸກສ້າງ ແລະ ວັດຖຸມີຄ່າ) ແມ່ນກຳລັງປະເມີນຜົນກະທົບ. ພ້ອມກັນນັ້ນ, ກໍໄດ້ສຳເລັດການຈ່າຍເງິນຊົດເຊີຍ ສຳລັບຜູ້ທີ່ເສຍຊີວິດຈຳນວນ 71 ສົບ ມູນຄ່າ 6 ຕື້ກວ່າກີບ ແລະ ຈ່າຍເງິນອຸດໜູນເດັກກຳພ້າ ຈຳນວນ 28 ຄົນ ມູນຄ່າ 2,5 ຕື້ກວ່າກີບ. ນອກຈາກນັ້ນ, ໄດ້ສໍາເລັດການບຸກເບີກເນື້ອທີ່ທຳການຜະລິດໃໝ່ 2.140 ເຮັກຕາ ພ້ອມຈັດສັນຕອນດິນ ແລະ ມອບໃຫ້ປະຊາຊົນ, ສຳເລັດການຟື້ນຟູ ແລະ ສ້ອມແປງເສັ້ນທາງ-ຂົວຕ່າງໆ, ສໍາເລັດການກໍ່ສ້າງ ແລະ ສ້ອມແປງໂຮງຮຽນປະຖົມ ແລະ ມັດທະຍົມ ເຊິ່ງສາມາດຮັບເອົາລູກຫລານຜູ້ປະສົບໄພເຂົ້າຮຽນໄດ້ເປັນປົກກະຕິ. ສ່ວນການຈັດຕັ້ງປະຕິບັດວຽກງານດ້ານອື່ນໆ ກໍມີຄວາມຄືບໜ້າເຊັ່ນດຽວກັນ.
ໂອກາດນີ້, ທ່ານ ຄຳແພງ ໄຊສົມແພງ ໄດ້ສະແດງຄວາມຊົມເຊີຍຕໍ່ກັບຜົນສໍາເລັດທີ່ທາງອໍານາດການປົກຄອງແຂວງອັດຕະປື ກໍຄືຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງໄດ້ເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດຕິດແທດ ເຮັດໃຫ້ບັນດາວຽກງານໃນຫລາຍໆດ້ານບັນລຸຕາມແຜນການທີ່ກໍານົດໄວ້. ເຖິງຢ່າງໃດກໍຕາມ, ເພື່ອຮັບປະກັນໃຫ້ວຽກງານແກ້ໄຂຟື້ນຟູຫລັງໄພພິບັດ ໂດຍສະເພາະການຊ່ວຍເຫລືອປັບປຸງຊີວິດການເປັນຢູ່ຂອງຜູ້ປະສົບໄພພິບັດຢູ່ເມືອງສະໜາມໄຊໃຫ້ດີຂຶ້ນ, ທ່ານລັັດຖະມົນຕີ ກໍໄດ້ເນັ້ນໃຫ້ເລັ່ງແກ້ໄຂວຽກງານທີ່ຍັງບໍ່ທັນສຳເລັດ ເປັນຕົ້ນບັນຫາການກໍ່ສ້າງເຮືອນຖາວອນ, ການຈັດສັນ ແລະ ມອບດິນປຸກສ້າງເຮືອນ, ການຈັດສັນດິນເພື່ອທໍາມາຫາກິນ, ບັນຫາໄຟຟ້າ ແລະ ລະບົບນໍ້າກິນ-ນໍ້າໃຊ້ທີ່ບໍ່ພຽງພໍ, ບັນຫາການຊົດເຊີຍທີ່ດິນທີ່ເປັນຂອງປະຊາຊົນ ບ່ອນທີ່ລັດໄດ້ບຸກເບີກເພື່ອນໍາໃຊ້ຈັດແບ່ງໃຫ້ຜູ້ປະສົບໄພພິບັດ, ການຍົກລະດັບພື້ນທີ່ຢູ່ບ່ອນສ້າງເຮືອນຖາວອນ, ບັນຫາການຊົດເຊີຍເສດຖະກິດຄົວເຮືອນ, ການຟື້ນຟູສິ່ງແວດລ້ອມ ແລະ ການກໍ່ສ້າງໂຄງລ່າງພື້ນຖານ.