ສະຫະພາບເອີຣົບອະນຸຍາດໃຫ້ 14 ຊາດທີ່ມີຄວາມປອດໄພ ໂຄວິດເຂົ້າປະເທດໄດ້
June 30, 2020 - 3:52 PM
ສະຫະພາບເອີຣົບມີລາຍຊື່ 14 ຊາດທີ່ສາມາດເຂົ້າປະເທດໄດ້ ແຕ່ໃນນັ້ນບໍ່ມີ ສະຫະລັດອາເມລິກາ, ບຣາຊິລ ແລະ ຈີນ. ປະເທດທີ່ສາມາດເຂົ້າໄປໃນເອີຣົບໄດ້ມີຄື: Algeria, Australia, Canada, Georgia, Japan, Montenegro, Morocco, New Zealand, Rwanda, Serbia, South Korea, Thái Lan, Tunisia ແລະ Uruguayແຕ່ລາຍຊື່ດັ່ງກ່າວອາດມີການປ່ຽນແປງໄດ້.
ເຖິງຢ່າງໃດກໍດີ, ມີຊາດຈຳນວນໜຶ່ງໃນສະຫະພາບເອີຣົບ ຍັງມີທັດສະນະຂັດແຍ່ງກັນຢູ່ເຊັ່ນ: ສະເປນ ມີແນວຄວາມຄິດຢາກຍູ້ແຮງການທ່ອງທ່ຽວ ແຕ່ຕ້ອງຮັບປະກັນຄວາມປອດໄພ ເພາະຖືກໂຄວິດບຸກລຸກຢ່າງຮ້າຍແຮງໃນໄລຍະຜ່ານມາ. ໃນຂະນະດຽວກັນເຊັ່ນ: ເຄຣັກ, ປໍຕຸຍເກດ ຊຶ່ງເປັນປະເທດອາໃສເສດຖະກິດການທ່ອງທ່ຽວເປັນຫຼັກ ແລະ ການລະບາດຂອງພະຍາດກໍບໍ່ຮ້າຍແຮງ ຢາກເປີດກວ້າງໃຫ້ຫຼາຍກວ່ານີ້ເຂົ້າປະເທດໄດ້.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ zingnews)