ລາວມີຜູ້ເສຍຊີວິດຈາກໄຂ້ເລືອດອອກເພີ່ມເປັນ 7 ຄົນ
ໃນວັນທີ 30 ມິຖຸນານີ້, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ໄດ້ແຈ້ງໃຫ້ຮູ້ວ່າ: ສະພາບການລະບາດຂອງໄຂ້ເລືອດອອກມາຮອດປັດຈຸບັນທົ່ວປະເທດມີຜູ້ເສຍຊີວິດເພີ່ມເປັນ 7 ຄົນແລ້ວ, ຈາກກໍລະນີຜູ້ຕິດເຊື້ອທັງໝົດຫລາຍກວ່າ 2.250 ກໍລະນີ, ໃນນັ້ນ ສະເພາະວັນທີ 29 ມິຖຸນານີ້ ມີຜູ້ຕິດເຊື້ອ 30 ກໍລະນີ ແລະ ມີຜູ້ເສຍຊີວິດ 1 ຄົນ. ນັບແຕ່ວັນທີ 1 ມັງກອນຫາ 29 ມິຖຸນານີ້ ມີ 17 ແຂວງໄດ້ມີການລະບາດຂອງພະຍາດດັ່ງກ່າວ, ໃນນັ້ນ ຮ້າຍແຮງກວ່າໝູ່ແມ່ນຢູ່ນະຄອນຫລວງວຽງຈັນ ມີເຖິງ 514 ຄົນ, ໃນນັ້ນ ມີຜູ້ເສຍຊີວິດ 3 ຄົນ, ຖັດລົງມາແມ່ນແຂວງວຽງຈັນມີ 305 ກໍລະນີ, ບໍລິຄຳໄຊ 263 ກໍລະນີ ມີຜູ້ເສຍຊີວິດ 2 ຄົນ ແລະ ແຂວງອັດຕະປື 230 ກໍລະນີ, ສ່ວນອີກ 2 ຄົນທີ່ເສຍຊີວິດແມ່ນຢູ່ຄຳມ່ວນ 1 ຄົນ ແລະ ໄຊຍະບູລີ 1 ຄົນ.
ຕໍ່ສະພາບການດັ່ງກ່າວ ຈຶ່ງຮຽກຮ້ອງໃຫ້ທົ່ວສັງຄົມເອົາໃຈໃສ່ປະຕິບັດຄຳຂວັນທີ່ວ່າ: ບໍ່ມີໜອນນ້ຳຍຸງລາຍ ກໍບໍ່ມີຍຸງລາຍ ແລະ ບໍ່ມີໄຂ້ເລືອດອອກ. ດັ່ງນັ້ນ ຕ້ອງເພີ່ມທະວີປະຕິບັດຫລັກການ 5ປ ໃຫ້ເປັນປະຈຳຈຶ່ງຈະສາມາດທຳລາຍແຫລ່ງເພາະພັນຂອງຍຸງລາຍໄດ້ຄື: ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່; ປ່ຽນນ້ຳໃນພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ; ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳ; ປັບປຸງອະນາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ; ປະຕິບັດໃຫ້ເປັນນິໄສປະຈຳທຸກໆອາທິດ. ຖ້າເປັນໄຂ້ໃຫ້ຮີບຮ້ອນໄປພົບແພດໝໍດ່ວນ. ຫາກທຸກຄົນປະຕິບັດໄດ້ຕາມ 5ປ ຢ່າງເຂັ້ມງວດ ກໍຈະສາມາດຫລຸດຜ່ອນ, ປ້ອງກັນການເຈັບເປັນ ແລະ ສະກັດກັນການແຜ່ລະບາດຂອງເຊື້ອພະຍາດໄຂ້ຍຸງລາຍໃຫ້ຫລຸດລົງເທື່ອລະກ້າວ.
ສ່ວນສະພາບການລະບາດຂອງພະຍາດ COVID-19 ຂອງບັນດາປະເທດໃກ້ຄຽງ ແລະ ໃນໂລກ, ມາຮອດວັນທີ 30 ມິຖຸນາ ທົ່ວໂລກມີການລາຍງານການລະບາດທັງໝົດ 213 ປະເທດ, ມີຜູ້ຕິດເຊື້ອ 10.389.779 ຄົນ, ໃນນັ້ນ ມີຜູ້ເສຍຊີວິດ 507.370 ຄົນ ເຊິ່ງກວມເອົາ 4,88% ຂອງຜູ້ຕິດເຊື້ອທັງໝົດ, ປິ່ນປົວຫາຍດີ 5.645.775 ຄົນ ເຊິ່ງກວມເອົາ 54,3% ຂອງຜູ້ຕິດເຊື້ອທັງໝົດ. ສຳລັບຂົງເຂດອາຊີພວກເຮົາແມ່ນປະເທດອິນເດຍທີ່ມີທ່າອ່ຽງການຕິດເຊື້ອ COVID-19 ເພີ່ມຂຶ້ນ ເຊິ່ງພຽງມື້ດຽວມີຜູ້ຕິດເຊື້ອສູງເຖິງ 18.339 ຄົນ. ສ່ວນບັນດາກຸ່ມປະເທດອາຊຽນ ມາຮອດວັນທີ 30 ມິຖຸນາ ມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 147.952 ຄົນ, ເສຍຊີວິດ 4.274 ຄົນ. ສະເພາະລາວເຮົາມາຮອດວັນທີ 29 ມິຖຸນາ ກໍເປັນມື້ທີ 79 ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່.