ໂອບາເມຍອງ ພ້ອມຍ້າຍໄປຢູ່ກັບ ລິເວີພູລ
June 19, 2017 - 4:52 PM




ເຖິງວ່າລະດູການຜ່ານມາ ຈະເຮັດຜົນງານໄດ້ສຸດຍອດ ດ້ວຍ ການຍິງປະຕູໄດ້ຢ່າງຫຼວງຫຼາຍ ແຕ່ ໂອບາເມຍອງ ກໍຕົກເປັນ ຂ່າວກ່ຽວກັບການຍ້າຍອອກ ຈາກຖິ່ນ ເວສຟາເລນສະຕາດິໂອ ຕະຫຼອດຫຼາຍວັນຜ່ານມາ ໂດຍ ລາວເຄີຍມີຂ່າວກັບ ປາຣິສ ແຊັງ ແຊັກແມງ ແລະ ແມນເຊສເຕີ ຊິຕີ ຢ່າງໜັກນຳອີກ.
ແນວໃດກໍຕາມ ຫຼ້າສຸດ ເລີ ປາ ຣີຊຽງ ເປີດເຜີຍວ່າ ໂອບາເມ ຍອງ ສົນໃຈທີ່ຈະຍ້າຍໄປ ລິເວີ ພູລ ເຊັ່ນດຽວກັນ ໂດຍລາວຫວັງ ຈະໄດ້ຮ່ວມວຽກກັບ ເຈີເກນ ຄລ໊ອບ ອີກຄັ້ງ ແລະ ຈະເປັນ ການຢືນຢັນວ່າລາວເອງຈະໄດ້ ລົງຫຼິ້ນຕະຫຼອດນຳອີກ ເຊິ່ງຂ່າວ ນີ້ເຮັດໃຫ້ ລິເວີພູລ ກຽມທີ່ຈະທຸ່ມ ເງິນເຖິງ 61 ລ້ານປອນ ເພື່ອ ເປັນ ຄ່າໂຕຂອງ ໂອເມບາເມຍອງ.