ຈະສົ່ງເສີມກັນ ຫຼື ຈະດູຖູກກັນ?

ໂດຍ: ລູກເມືອງພວນ

ເລື່ອງທີ່ວ່າ: “ຈະສົ່ງເສີມກັນ ຫຼື ຈະດູຖູກກັນ?” ອັນນີ້ມີທີ່ໄປທີ່ມາຂອງມັນ. ທີ່ໄປທີ່ມານັ້ນ ກໍຄືີຜູ້ຂຽນເອງເຄີຍໄດ້ຍິນສັງຄົມ ຈົ່ມເວົ້າເລື່ອງລະດັບການສຶກສາຮໍ່າຮຽນຂອງຄົນປັດຈຸບັນວ່າ: ປັດຈຸບັນບ້ານເມືອງເຮົາເຕັມໄປແຕ່ ປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກ, ຮອງສາສະດາຈານ, ສາສະດາຈານ ແຕ່ເຮັດຫຍັງບໍ່ເປັນ, ແມ່ນແຕ່ໃຫ້ເປັນນາຍບ້ານກໍຍັງເປັນບໍ່ໄດ້, ຂຽນໃບຄຳຮ້ອງ, ໃບສະເໜີກໍຍັງບໍ່ເປັນວ່າຊັ້ນ, ຄົນມີຄວາມຮູ້ສູງຫຼາຍປານນັ້ນ ບ້ານເມືອງຄືບໍ່ຈະເລີນຍ້ອນ? ອື່ນໆ ແລະ ອື່ນໆ.

ແຕ່ບໍ່ປະຕິເສດມີຈຳນວນໜ້ອຍໜຶ່ງກໍເປັນແນວນັ້ນແທ້ ແຕ່ບໍ່ຢາກໃຫ້ຕີລວາດກວາດພຽງກັນໝົດ ມັນຈະເສຍຫາຍ ເພາະແຕະຕ້ອງຈິດໃຈຜູ້ທີ່ເຮັດໄດ້, ເຮັດດີ ແລະມີຄວາມບຸກບືນ.
ຄຳເວົ້າດັ່ງກ່າວມີທັງປະຊາຊົນຄົນທົ່ວໄປ ມີທັງຜູ້ໃຫຍ່ໃນສັງຄົມເວົ້າຢູ່ສະເໝີ. ແທນທີ່ຈະຊຸກຍູ້ສົ່ງເສີມກັນ, ໃຫ້ກຳລັງໃຈກັນ ແຕ່ກັບມາດູຖູກກັນ. ເມື່ອເຫັນຄົນຮຸ່ນໜຸ່ມມີຄວາມຮູ້ຄວາມສາມາດ ກໍຫາວ່າເຂົາເກັ່ງລື່ນອາວຸໂສ ຫຼື ຫົວລ້ານລື່ນຄູ.  ພວກເຮົາລອງມາຄຶດນຳກັນອີກບາດໜຶ່ງວ່າ ການເວົ້າແບບນັ້ນ ມັນຖືກຕ້ອງ ພາວະວິໄສແລ້ວ ຫຼືຍັງ? ມັນມີຄວາມເປັນທຳແລ້ວ ຫຼື ຍັງ? ຫຼື ຫາກເປັນການດູຖູກກັນ? ແລະ ແມ່ນບໍ່ວ່າ ຄົນລາວເປັນຄົນມັກອິດສາກັນບັງບຽດກັນ, ບໍ່ມັກສົ່ງເສີມກັນ? ຢ້ານລື່ນຢ້ານເຫຼືອກັນ?

ຖ້າຫາກວ່າ ຄົນເຫຼົ່ານັ້ນ ບໍ່ມີຄວາມຮູ້ດັ່ງທີ່ວ່າ: ໃຫ້ເປັນນາຍບ້ານກໍຍັງເປັນບໍ່ໄດ້ແທ້, ເຮັດຫຍັງກໍບໍ່ເປັນ, ແລ້ວ ພວກເຮົາຍັງຈະຄວນສືບຕໍ່ກໍ່ສ້າງຄົນທີ່ມີຄວາມຮູ້ໃນລະດັບຕ່າງໆເຫຼົ່ານັ້ນຕໍ່ໄປ ຫຼື ບໍ່? ເພາະສ້າງໄປກໍຈະເປັນການສິ້ນເປືອງ ເງິນຄຳ, ງົບປະມານຂອງພັກ-ລັດ ແລະ ຄອບຄົວ. ຖ້າຫາກເປັນດັ່ງທີ່ເວົ້າຈິງ ກໍຄວນຢຸດຕິການກໍ່ສ້າງລະດັບຕ່າງໆເຫຼົ່ານັ້ນໄປ, ແລ້ວຫັນມາເອົາແຕ່ຜູ້ອ່ານໄດ້ຂຽນເປັນ(ຈົບຊັ້ນປະຖົມ) ແລ້ວກໍໃຫ້ໄປເຮັດການນຳພັກ-ລັດ ຫຼື ລັດວິສາຫະກິດ, ເອກກະຊົນ ກໍແລ້ວແຕ່ ຈະດີກວ່າ ບໍ່ຈຳຕ້ອງໄດ້ເສຍງົບປະມານທີ່ມະຫາສານ ແລະ ເສຍເວລາ.

ພວກເຮົາຄວນເບິ່ງຄືນໂຄງສ້າງພະນັກງານໃນອົງກອນຕ່າງໆຂອງພາກລັດ ແລະ ເອກກະຊົນໃນປັດຈຸບັນນີ້ວ່າ: ການເລືອກເອົາບຸກຄະລາກອນ, ລັດຖະກອນ ໃນສົ້ນເຂົ້ານັ້ນໄດ້ເລືອກເຟັ້ນ ແລະ ວັດກັນດ້ວຍຄຸນນະພາບທີ່ແທ້ຈິງແລ້ວ ຫຼື ຍັງ? ຫຼື ຫາກວັດແທກກັນດ້ວຍຈຸ້ມເຈື້ອເຊື້ອສາຍ, ພັກພວກ, ຍາດຕິພີ່ນ້ອງ, ໝູ່ເພື່ອນຮັກແພງ ຫຼື ດ້ວຍຮູບການຊື້ຈ້າງຈອບອອຍ? ອັນນີ້ກໍເປັນປັດໄຈໜຶ່ງຈຳກັດການສຶກສາຂອງຄົນລາວ ເພາະຫຼາຍຄົນຄິດວ່າ ຮຽນສູງມາກໍເຕະຝຸ່ນຄືເກົ່າ ຍ້ອນບໍ່ມີເສັ້ນສາຍ ແມ່ນແຕ່ຢາກເຂົ້າເຮັດວຽກນຳພາກເອກະຊົນໃນກໍໃນທຳນອງນັ້ນເຊັ່ນດຽວກັນ.

ດ້ານທີສອງ, ການຈັດວາງພະນັກງານໃສ່ຕຳແໜ່ງງານນັ້ນ ຖືກກັບຄວາມຮູ້ຄວາມສາມາດ ແລະ ວິຊາສະເພາະຂອງແຕ່ລະຄົນທີ່ຮຽນມາແລ້ວ ຫຼື ບໍ່? ຫຼື ຫາກເຮັດໄປຕາມທີ່ຝາກກັນໄວ້ວ່າ: ເຮັດຫຍັງກໍໄດ້ ຂໍແຕ່ໄດ້ເຮັດການນຳພັກ- ລັດ, ມີເງິນເດືອນ ກໍພໍ. ຖ້າຫາກຍັງເຮັດຄືດັ່ງທີ່ເວົ້າມາທັງໝົດນີ້ ບໍ່ມີທາງທີ່ບ້ານເມືອງສິຈະເລີນໄດ້, ເຖິງຈະຮຽນລະດັບໃດ, ຈາກປະເທດໃດມາກໍຕາມ. ອັນນີ້ມັນເປັນບັນຫາໜຶ່ງທີ່ເຮັດໃຫ້ຄົນເຮົາບໍ່ສາມາດເສີມຂະຫຍາຍຄວາມຮູ້ຄວາມສາມາດຂອງຕົນເອງໄດ້.

ບັນຫາສຳຄັນ ຢາກເສີມຂະຫຍາຍຄວາມຮູ້ຄວາມສາມາດຂອງບຸກຄົນໄດ້ ດ້ານວິຊາການຕ້ອງໃຫ້ຖືກກັບວິຊາສະເພາະຂອງແຕ່ລະຄົນທີ່ຮຽນມາ ຈຶ່ງຈະສາມາດເສີມຂະຫຍາຍຄວາມຮູ້ນາມມະຍົດໄດ້ເປັນຢ່າງດີ. ຖ້າບໍ່ດັ່ງນັ້ນກໍຈະເປັນອັນວ່າ: ເອົາຄົນຫູໜວກຟັງເພງ, ເອົາຄົນຕາບອດເບິ່ງຟ້ອນ ນັ້ນເອງ. ຮຽນກະສິກຳອອກມາ ແຕ່ໄປເຮັດວຽກການເງິນ, ຮຽນທະນາຄານອອກມາ ແຕ່ໄປເຮັດວຽກຂາເຂົ້າ-ຂາອອກ…
ດັ່ງນັ້ນ, ເຖິງເວລາແລ້ວ ທີ່ພວກເຮົາຈະຕ້ອງເບິ່ງຄືນຄຳເວົ້າທີ່ກ່າວມາຂ້າງເທິງ, ຖ້າບໍ່ດັ່ງນັ້ນມັນຈະສົ່ງຜົນກະທົບຕໍ່ຈິດໃຈຂອງຜູ້ຕັ້ງໃຈຄົ້ນຄວ້າຮໍ່າຮຽນເພື່ອປະເທກຊາດບ້ານເມືອງເປັນຢ່າງຍິ່ງ. ຮຽນສູງມາ ກໍຮູ້ສຶກຕໍ່າຕ້ອຍຄ້ອຍໃຈຍ້ອນຄຳເວົ້າດັ່ງກ່າວ ທີ່ບໍ່ເປັນຄຳເວົ້າສ້າງສັນ ໃຫ້ກຳລັງໃຈກັນ. ພວກເຮົາຕ້ອງປ່ຽນທັດສະນະຄະຕິ ແລະ ວິທີການເບິ່ງບັນຫາດັ່ງກ່າວຄືນໃໝ່ໄດ້ແລ້ວ. ຖ້າບໍ່ດັ່ງນັ້ນ, ໃນທີ່ສຸດປະເທດຊາດກໍຈະກ້າວຊ້າ ຢ່າງຫຼີກລ່ຽງບໍ່ໄດ້.

  • 1094 Posts
  • 0 Comments
iLike/LPN/20
error: Alert: Content is protected !!