ສະຫະລັດຍັງເປັນທີໜຶ່ງຂອງໂລກການລະບາດຂອງໂຄວິດ-19
ສະຫະລັດຍັງສືບຕໍ່ ເປັນທີ ໜຶ່ງຂອງໂລກຂອງຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຈາກໂຄວິດ-19, ມີຜູ້ຕິດເຊື້ອທັງໝົດ 2.779.953 ກໍລະນີ, ໃນນັ້ນ 130.798 ຄົນເສຍຊີວິດ. ຜູ້ຕິດເຊື້ອໃໝ່ສ່ວນຫຼວງຫຼາຍແມ່ນຢູ່ໃນບັນດາລັດທາງທິດຕາເວັນຕົກ ແລະ ທິດໃຕ້.
ສາເຫດພາໃຫ້ມີຜູ້ຕິດເຊື້ອເປັນຈຳນວນຫຼວງຫຼາຍເຊັ່ນນັ້ນ ກໍເນື່ອງຈາກຄວາມປະໝາດ, ບໍ່ສົນໃຈກັບການປ້ອງກັນຂອງປະຊາຊົນ ແລະ ການປົດລ໊ອກມາດຕະການຮັກສາໄລຍະຫ່າງທາງສັງຄົມ. ເມື່ອພະຍາດກັບຄືນມາລະບາດ ຫຼາຍລັດຈຳຕ້ອງໄດ້ວາງມາດຕະການປິດປະຕູຄືນໃໝ່ໂດຍສະເພາະແມ່ນບັນດາຮ້ານ ບັນເທີງ, ຮ້ານອາຫານ ໃນນັ້ນມີລັດ New Jersey, Arizona ແລະ California.
ທ່ານ Anthony Fauci ຜູ້ອຳນວຍການໂຮງໝໍພູມແພ້ ແລະ ໂລກຕິດຕໍ່ແຫ່ງຊາດຂອງສະຫະລັດ(NIAID) ໃຫ້ຮູ້ວ່າ ຈຳນວນຜູ້ຕິດເຊື້ອໃໝ່ໃນສະຫະລັດອາດຈະຂຶ້ນເຖິງ 100.000 ຄົນຕໍ່ວັນ ຖ້າຫາກຍັງບໍ່ປະຕິບັດມາດຕະການຮັກສາໄລຍະຫ່າງທາງສັງຄົມ ແລະ ມາດຕະການອື່ນໆ.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ baoquocte)