ອຸຕຸເຕືອນ! ວັນທີ 2-4 ກໍລະກົດນີ້ຝົນຈະຕົກໜັກຢູ່ບາງທ້ອງຖິ່ນ
July 2, 2020 - 4:48 PM
ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານໃຫ້ຮູ້ວ່າ: ເນື່ອງຈາກວ່າຄວາມກົດດັນຕ່ຳຂອງອາກາດມີກໍາລັງປານກາງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກໍາລັງແຮງເພີ່ມຂຶ້ນພັດປົກຄຸມ ໃນໄລຍະວັນທີ 2-3 ກໍລະກົດນີ້, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງ ແລະ ຕົກໜັກບາງທ້ອງຖິ່ນຢູ່ບັນດາແຂວງ ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ພ້ອມມີລົມພັດແຮງເປັນບາງໂອກາດ.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອົງການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກທີ່ຈະເຮັດໃຫ້ມີນ້ຳຖ້ວມອັ່ງຢູ່ບັນດາແຂວງດັ່ງກ່າວ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1-3 ວັນຕໍ່ໜ້ານີ້.