ບໍ່ຢົກໃນມຽນມາ ຖະຫລົ່ມເຮັດໃຫ້ມີຜູ້ເສຍຊີວິດ 100ກວ່າຄົນ
July 2, 2020 - 5:42 PM
ຂປລ.ຕາມຂ່າວຈາກຢ່າງກຸ້ງ, ໜ່ວຍດັບເພີງຂອງມຽນມາ ລາຍງານໃນວັນທີ 2 ກໍລະກົດນີ້ວ່າ: ມີຜູ້ເສຍຊີວິດ 113 ຄົນ ແລະ ສູນຫາຍອີກ 100 ກວ່າຄົນ ຫລັງຈາກ ບໍ່ຢົກ ຖະຫລົ່ມ ໃນບໍລິເວນ ລັດກະຊິນ (Kachin) ຂອງມຽນມາ ໃກ້ຊາຍແດນ ທີ່ຕິດຕໍ່ກັບຈີນ ເນື່ອງຈາກ ເກີດຝົນຕົກຢ່າງໜັກ ເຊິ່ງຮ່າງຂອງຄົນງານ ໃນບໍ່ແຮ່ ຖືກຂີ້ຕົມທັບຖົມ. ຂະນະນີ້ ໜ່ວຍກູ້ໄພ ພວມເລັ່ງຄົ້ນຫາ ແລະ ຊ່ວຍເຫລືອ ຜູ້ປະສົບເຄາະຮ້າຍ ໃນຄັ້ງນນີ້ ຢ່າງຕໍ່ເນື່ອງ. ມຽນມາ ເກີດດິນເຈື່ອນ ບໍລິເວນບໍ່ແຮ່ຫລາຍຄັ້ງ ແລະ ແຕ່ລະປີ ມີຜູ້ເສຍຊີວິດ ຈຳນວນຫລາຍ ໃນການເຮັດວຽກ ອຸດສາຫະກຳ ທີ່ບໍ່ມີການຄວບຄຸມ ເບິ່ງແຍງ ລະບົບຄວາມປອດໄພ ທີ່ໄດ້ມາດຕະຖານ.
ຮຽບຮຽງຂ່າວໂດຍ ສະໄຫວ