ປະທານາທິບໍດີ ມູນແຈອີນ ຮຽກຮ້ອງໃຫ້ສະຫະລັດ ແລະ ສປ ເກົາຫຼີ ພົບປະກັນ
ສຳນັກຂ່າວ ຂອງ ສ. ເກົາຫຼີ Yonhap ວັນທີ 1 ກໍລະກົດ ໃຫ້ຮູ້ວ່າ: ປະທານາທິບໍດີ ມູນແຈອີນ ມີຄວາມປະສົງຢາກໃຫ້ປະທານາທິບໍດີ ໂດນັລທຣຳ ແລະ ຜູ້ນຳ ສປ ເກົາຫຼີ ກີມຈອງອູນ ພົບປະກັນກ່ອນການເລືອກຕັ້ງປະທານາທິບໍດີສະຫະລັດ ໃນວັນທີ 3 ພະຈິກທີ່ຈະມາເຖິງ.
(ໜັງສືພິມ ລາວພັດທະນາ)
ທາງການຂອງ ສ ເກົາຫຼີ ໄດ້ນຳເອົາຄຳສະເໜີດັ່ງກ່າວຂອງປະທານາທິບໍດີ ມູນແຈອີນ ສົ່ງໄປໃຫ້ທຳນຽບຂາວ ໃນໂອກາດສົນທະນາກັນໃນຫວ່າງບໍ່ດົນມານີ້, ໂດຍສະເພາະແມ່ນພາຍຫຼັງທີ່ທາງ ສປ ເກົາຫຼີ ໄດ້ລະເບີດຫ້ອງການຕິດຕໍ່ພົວພັນສອງພາກເກົາຫຼີຢູ່ທີ່ Kaesong ກາງເດືອນ ມີຖຸນາປ່ານມາ.
ກ່ອນໜ້ານັ້ນ, ໃນກອງປະຊຸມຮ່ວມກັບປະທານສະພາເອີໂຣບ Charles Michel ໃນວັນທີ 30 ມີຖຸນາ ປະທານາທິບໍດີ ມູນ ກ່າວວ່າ: ກອງປະຊຸມສຸດຍອດລະຫວ່າງສອງຜູ້ນຳໃນຄັ້ງນີ້ອາດຈະຊ່ວຍການດຳເນີນການກັບອາວຸດນິວເຄຣຍນັ້ນຖືກຢຸດຕິລົງ. ພ້ອມດຽວກັນນັ້ນ ທ່ານຍັງເວົ້າວ່າ: ບັນຫານິວເຄຣຍ ແລະ ການປິດລ້ອມຈະຖືກແກ້ໄຂ ໂດຍຜ່ານການເຈລະຈາລະຫວ່າງສອງຝ່າຍເທົ່ານັ້ນ.
ຂ່າວ:ລູກເມືອງພວນ(ແຫຼ່ງຂ່າວ tintuc24h)
(ໜັງສືພິມ ລາວພັດທະນາ)