ຈະສືບຕໍ່ຈ່າຍເງິນຊ່ວຍໜູນ 250.000 ກີບ/ຄົນ/ເດືອນ ທີ່ຍັງຄ້າງ ໃຫ້ຜູ້ປະສົບໄພ ຢູ່ເມືອງສະໜາມໄຊ
ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ຂອງແຂວງອັດຕະປື ຈະໄດ້ສືບຕໍ່ຈ່າຍເງິນຊ່ວຍໜູນ ຈຳນວນ 250.000 ກີບ/ຄົນ/ເດືອນ ທີ່ຍັງຄ້າງຈ່າຍເປັນເວລາ 3 ເດືອນ ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ຈາກສາເຫດສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ຢູ່ເມືອງສະໜາມໄຊ ໃຫ້ສໍາເລັດ.
(ຫນັງສືພິມລາວພັດທະນາ)
ອີງຕາມການລາຍງາຍຂອງ ທ່ານ ອຸ່ນຫລ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ໂດຍຕາງໜ້າໃຫ້ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໃນວັນທີ 30 ມິຖຸນາ 2020 ລະບຸວ່າ: ການເບີກຈ່າຍເງິນຊ່ວຍໜູນ ຈຳນວນ 250.000 ກີບ/ຄົນ/ເດືອນ ໃຫ້ພໍ່ແມ່ປະຊາຊົນ ໄດ້ສຳເລັດຮອດເດືອນມີນາ 2020 ແລ້ວ, ສ່ວນຈຳນວນທີ່ຍັງຄ້າງ 3 ເດືອນ ຄື: ເມສາ, ພຶດສະພາ ແລະ ມິຖຸນາ 2020 ແມ່ນຈະໄດ້ຄົ້ນຄວ້າສືບຕໍ່ຈ່າຍໃຫ້ສຳເລັດໂດຍໄວ ເນື່ອງຈາກຜ່ານມາງົບປະມານບໍ່ພຽງພໍ.
ໃນຂະນະດຽວກັນ, ຈະໄດ້ສະເໜີໃຫ້ຂັ້ນເທິງພິຈາລະນາຢຸດຈ່າຍເງິນຊ່ວຍໜູນດັ່ງກ່າວ ໂດຍເລີ່ມແຕ່ເດືອນກໍລະກົດ 2020 ເປັນຕົ້ນໄປ ເນື່ອງຈາກວ່າ ທາງບໍລິສັດພັດທະນາເຂື່ອນເຊປຽນ-ເຊນ້ຳນ້ອຍ ໄດ້ຈ່າຍເງິນຊົດເຊີຍຜົນເສຍຫາຍເສດຖະກິດຄົວເຮືອນໃນ 5 ລາຍການ (ພາຫະນະ, ທຸລະກິດຄົວເຮືອນ, ເຄື່ອງໃຊ້ຄົວເຮືອນ, ສັດລ້ຽງ ແລະ ເຄື່ອງມືກະສິກຳ-ສະບຽງອາຫານ) ສໍາເລັດແລ້ວ 100% ແລະ ເຫັນວ່າຊີວິດການເປັນຢູ່ຂອງເຂົາເຈົ້າແມ່ນດີຂຶ້ນຫລາຍ, ເຊິ່ງບາງຄອບຄົວກໍມີລົດໃຫຍ່ຂີ່ແລ້ວ. ສ່ວນລາຍການທີ 6 ຄື: ສິ່ງປຸກສ້າງ ແລະ ວັດຖຸມີຄ່າ ແມ່ນຢູ່ໃນຂັ້ນຕອນກຳລັງປະເມີນຄວາມເສຍຫາຍ.ພ້ອມກັນນັ້ນ, ກໍຈະໄດ້ສືບຕໍ່ຈ່າຍເຂົ້າໃຫ້ປະຊາຊົນຕາມອັດຕາ 20 ກິໂລ/ຄົນ/ເດືອນ ທີ່ຍັງຄ້າງຈ່າຍມາແຕ່ເດືອນພຶດສະພາ 2020 ຈົນຮອດເດືອນພະຈິກ 2020, ຫລັງຈາກນັ້ນ ກໍຈະໄດ້ປະເມີນຄືນຄວາມສາມາດມີເຂົ້າກຸ້ມກິນຂອງປະຊາຊົນຜູ້ປະສົບໄພ ເນື່ອງຈາກວ່າ ປະຊາຊົນສ່ວນຫລາຍໄດ້ເຮັດນາຂອງຕົນເອງແລ້ວ.
ນອກຈາກນັ້ນ, ຈະໄດ້ສືບຕໍ່ຈັດສັນອາຊີບ ແລະ ຈັດຕັ້ງກຸ່ມການຜະລິດຂອງປະຊາຊົນ ໂດຍອີງຕາມທ່າແຮງ ແລະ ຄວາມອາດສາມາດຂອງທ້ອງຖິ່ນ, ນຳພາການພັດທະນາຕາມທິດສັງຄົມນິຍົມແຕ່ຮາກຖານຂຶ້ນມາ.
(ຫນັງສືພິມລາວພັດທະນາ)