ຈີນມີແຜນຈະປິດຕະຫຼາດສັດປີກທີ່ມີຊີວິດຢູ່ທົ່ວປະເທດ, ຫວັງວ່າຈະຫຼຸດຜ່ອນຄວາມສ່ຽງໃນການແຜ່ລະບາດ Covid-19


ຈີນມີແຜນຈະປິດຕະຫຼາດສັດປີກທີ່ມີຊີວິດຢູ່ທົ່ວປະເທດ, ຫວັງວ່າຈະຫຼຸດຜ່ອນຄວາມສ່ຽງໃນການແຜ່ລະບາດຂອງພະຍາດດັ່ງກ່າວ.
ວັນທີ 4 ກໍລະກົດປີ 2020, ສຳນັກຂ່າວຊິນຮົວລາຍງານ ຫ້ອງການກວດກາຕະຫຼາດຂອງລັດຖະບານ ເປີດເຜີຍໃນກອງປະຊຸມວ່າ ຈີນກຳລັງກະກຽມປິດຕະຫຼາດສັດປີກທີ່ມີຊີວິດທັງໝົດ ເພື່ອຫຼຸດຜ່ອນຄວາມສ່ຽງດ້ານສາທາລະນະສຸກ
ທ່ານ Chen Zvi ກ່າວວ່າ ຈີນຈະສະກັດກັ້ນການຄ້າສັດປ່າທີ່ຜິດກົດໝາຍ ຫ້າມການບໍລິໂພກສັດປ່າ ແລະ ວາງຂໍ້ຈຳ ກັດໃນການຄ້າຂາຍແລະຂ້າສັດປີກທີ່ມີຊີວິດເພື່ອຮັບປະກັນຄວາມປອດໄພດ້ານສະບຽງອາຫານ ໃນທ່າມກາງການລະບາດຂອງເຊື້ອໄວຣັດ ໃໝ່ (Covid-19).
ທາງດ້ານ Hu Jianping ເຈົ້າ ໜ້າ ທີ່ຈາກກະຊວງການຄ້າຈີນ ໄດ້ກ່າວໃນກອງປະຊຸມດຽວກັນວ່າ ຈີນມີຕະຫລາດກະສິກຳ ທັງ ໝົດ 44,000 ແຫ່ງໃນທົ່ວປະເທດ. ເຊິ່ງລວມມີຕະຫລາດຂາຍຍົກຫລາຍກວ່າ 4,100 ແຫ່ງ
ທ່ານ Hu Jianping ກ່າວ ຜະລິດຕະພັນກະສິກຳ ຂອງຈີນປະມານ 70 ເປີເຊັນແມ່ນແຈກຢາຍຜ່ານຕະຫຼາດຂາຍສົ່ງ. ເຊິ່ງແມ່ນຊ່ອງທາງຕົ້ນຕໍໃນການ ຈຳ ໜ່າຍ ຜະລິດຕະພັນກະເສດ