ພຽງມື້ດຽວໃນທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍເຖິງ 58 ກໍລະນີ

ພຽງມື້ດຽວໃນທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍເຖິງ 58 ກໍລະນີ - Time fo an Adventure 61 - ພຽງມື້ດຽວໃນທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍເຖິງ 58 ກໍລະນີ
ພຽງມື້ດຽວໃນທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍເຖິງ 58 ກໍລະນີ - kitchen vibe - ພຽງມື້ດຽວໃນທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍເຖິງ 58 ກໍລະນີ

ອີງຕາມການລາຍງານ ຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກ່ຽວກັບສະພາບຂອງການລະບາດພະຍາດໄຂ້ຍຸງລາຍ ຢູ່ ສປປ ລາວ ໃນວັນທີ 6 ກໍລະກົດ 2020 ມີຜູ້ຕິດເຊື້ອທັງໝົດ 58 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ.

ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ວ່າ: ທຸກປີກ້າວເຂົ້າສູ່ລະດູຝົນ ພະຍາດໄຂ້ຍຸງລາຍກໍ່ມັກຈະເກີດຂຶ້ນໃນຫລາຍແຂວງ ແລະ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ແລະ ສຸຂະພາບຂອງພໍ່ແມ່ປະຊາຊົນ, ເຊິ່ງນັບແຕ່ວັນທີ 1 ມັງກອນ 2020 ຫາ 6 ກໍລະກົດ 2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 2.564 ຄົນ, ໂດຍມີລາຍງານກໍລະນີໃນ 17 ແຂວງ, ແຂວງທີ່ມີການລາຍງານຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ, ເຊິ່ງມີເຖິງ 584 ຄົນ, ຮອງລົງມາແມ່ນ ແຂວງວຽງຈັນ 317 ກໍລະນີ, ບໍລິຄຳໄຊ 329 ກໍລະນີ  ແລະ ແຂວງອັດຕະປື 238 ກໍລະນີ. ຈຳນວນຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ ມີທັງໝົດ 7 ຄົນ ໃນນັ້ນນະຄອນຫລວງ 3 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 1 ຄົນ ແລະ ໄຊຍະບູລີ 1 ຄົນ.

ພຽງມື້ດຽວໃນທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍເຖິງ 58 ກໍລະນີ - Visit Laos Visit SALANA BOUTIQUE HOTEL - ພຽງມື້ດຽວໃນທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍເຖິງ 58 ກໍລະນີ
ພຽງມື້ດຽວໃນທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍເຖິງ 58 ກໍລະນີ - Visit Laos Visit SALANA BOUTIQUE HOTEL - ພຽງມື້ດຽວໃນທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍເຖິງ 58 ກໍລະນີ

ຕໍ່ສະພາບການດັ່ງກ່າວ, ພວກເຮົາຕ້ອງພ້ອມກັນປະຕິບັດຄໍາຂວັນທີ່ວ່າ “ ບໍ່ມີໜອນນ້ຳຍຸງລາຍ ກໍ່ບໍ່ມີຍຸງລາຍ ແລະ ບໍ່ມີໄຂ້ເລືອດອອກ”. ພ້ອມນັ້ນ, ຕ້ອງພ້ອມໃຈກັນປະຕິບັດ 5ປ ຢ່າງເຄັ່ງຄັດໃຫ້ເປັນປະ ຈຳ ຈຶ່ງຈະສາມາດທຳລາຍແຫລ່ງເພາະພັນຂອງຍຸງລາຍໄດ້. ຖ້າເປັນໄຂ້ໃຫ້ຮີບຮ້ອນໄປພົບແພດໝໍດ່ວນ, ຫາກທຸກຄົນປະຕິບັດໄດ້ຕາມ 5ປ ຢ່າງເຂັ້ມງວດ ກໍ່ຈະສາມາດຫລຸດຜ່ອນ, ປ້ອງກັນການເຈັບເປັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໄຂ້ຍຸງລາຍ ໃຫ້ຫລຸດລົງເທື່ອລະກ້າວ.

(ຫນັງສືພິມລາວພັດທະນາ)

ພຽງມື້ດຽວໃນທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍເຖິງ 58 ກໍລະນີ - 5 - ພຽງມື້ດຽວໃນທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍເຖິງ 58 ກໍລະນີ
ພຽງມື້ດຽວໃນທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍເຖິງ 58 ກໍລະນີ - 3 - ພຽງມື້ດຽວໃນທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍເຖິງ 58 ກໍລະນີ
ພຽງມື້ດຽວໃນທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍເຖິງ 58 ກໍລະນີ - 4 - ພຽງມື້ດຽວໃນທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍເຖິງ 58 ກໍລະນີ