ລັດຖະມົນຕີກະຊວງສາທາລະນະສຸກ ລົງເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງຄຳມ່ວນ

ແຫລ່ງຂ່າວ ຈາກແຂວງຄຳມ່ວນ ແຈ້ງໃຫ້ຮູ້ວ່າ: ວັນທີ 6 ກໍລະກົດ 2020 ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມຄະນະ ລົງເຄື່ອນໄຫວຊີ້ນຳວຽກງານໃນຂົງເຂດສາ ທາລະນະສຸກ ຢູ່ແຂວງຄຳມ່ວນ ແລະ ໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດການຄວບຄຸມ ແລະ ສະ ກັດກັ້ນພະຍາດໂຄວິດ-19 ແລະ ແຜນການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນຕໍ່ໜ້າ ໂດຍມີ ທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງຄຳມ່ວນ, ມີຄະນະພະແນກສາທາລະນະສຸກ, ຄະນະການນຳຂັ້ນເມືອງ ແລະ ຫົວໜ້າຫ້ອງການສາທາລະນະສຸກ ທັງ 10 ຕົວເມືອງໃນທົ່ວແຂວງ ເຂົ້າຮ່ວມ.
ໂອກາດດຽວນີ້, ທ່ານລັດຖະມົນຕີ ກະຊວງສາທາລະນະສຸກ ກໍໄດ້ມີຄຳເຫັນຊີ້ນຳແກ່ຄະນະຊີ້ນຳວຽກງານໃນຂົງເຂດສາທາລະນະສຸກ ໃນທົ່ວແຂວງຄຳມ່ວນ ໂດຍສະເພາະແມ່ນໃຫ້ສືບຕໍ່ເອົາໃຈໃສ່ການຕ້ານ ແລະ ສະກັດກັ້ນກ່ຽວກັບພະຍາດໂຄວິດ-19 ເພື່ອບໍ່ໃຫ້ມີການລະບາດຮອບ 2, ສະເໜີໃຫ້ທຸກຂະ ແໜງ ການເອົາໃຈໃສ່ຊອກຫາວິທີແກ້ໄຂແຮງງານທີ່ກັບມາໃຫ້ມີວຽກເຮັດງານທຳ, ໃຫ້ເອົາໃຈໃສ່ຊຸກຍູ້, ຕິດຕາມ, ປຸກລະດົມພໍ່ແມ່ປະຊາຊົນໃນການກຳຈັດແຫລ່ງເພາະພັນຂອງຍຸງລາຍ ເພື່ອຄວບຄຸມບໍ່ໃຫ້ມີການແຜ່ລະບາດຫລາຍຂຶ້ນກວ່າເກົ່າ, ເມື່ອມີຜູ້ທີ່ຕິດເຊື້ອແລ້ວກໍຕ້ອງໄດ້ຮັບການປິ່ນປົວແຕ່ຫົວທີ ເພື່ອຫລຸດຜ່ອນການຕາຍຂອງຜູ້ທີ່ຕິດເຊື້ອ. ພ້ອມນັ້ນ, ກໍຕ້ອງໄດ້ປັບປຸງບຸກຄະລາກອນໃຫ້ມີຄຸນນະພາບ ແລະ ໝູນໃຊ້ບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດໃຫ້ຖືກກັບໜ້າວຽກ, ຖືສຳຄັນຂອດການບໍລິການປະຊາຊົນໃຫ້ດີ ແລະ ມີຄວາມຍຸຕິທຳ, ພ້ອມທັງສຸມໃສ່ຈັດຕັ້ງປະຕິບັດບັນດາແຜນງານ ທີ່ເປັນບູລິມະສິດໃນ 6 ເດືອນຕໍ່ໜ້າ ເພື່ອເຮັດໃຫ້ບັນດາຄາດໝາຍທີ່ວາງໄວ້ ໄດ້ບັນລຸຕາມແຜນການ.