86 ມື້ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

86 ມື້ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ - Time fo an Adventure 68 - 86 ມື້ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ
86 ມື້ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ - kitchen vibe - 86 ມື້ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ກະຊວງ​ສາທາລະນະ​ສຸກຢືນຢັນ​ວ່າ: ມາ​ຮອດວັນ​ທີ 7 ກໍລະກົດ 2020 ນີ້, ລາວ ຍັງ​ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ເພີ່ມ​ຂຶ້ນ​ເປັນ​ມື້​ທີ 86 ຂະ​ນະ​ທີ່​ໃນ​ບັນດາກຸ່ມ​ປະ​ເທດ​ອາຊຽນ ມີ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ທັງໝົດ 162.966 ຄົນ ​ແລະ ​ເສຍ​ຊີວິດ 4.640 ຄົນ.

ທ່ານ ນາງ ພອນ​ປະ​ເສີດ ​ໄຊ​ຍະ​ມຸງຄຸນ ຮອງ​ຫົວໜ້າກົມ​ຄວບ​ຄຸມພະ​ຍາດຕິ​ດຕໍ່ ກະຊວງ​ສາ ທາລະ​ນສຸກ ​ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ມາ​ຮອດ​ວັນ​ທີ 6 ກໍລະກົດ ​ໄດ້​ເກັບ​ກຳ​ຕົວຢ່າງ​ມາກ​ວດວິ​ເຄາະ ​ແລະ ຄົ້ນ​ຫາ​ຜູ້​ຕິດເຊື້ອພະຍາດໂຄ​ວິດ-19 ທັງໝົດ 378 ຄົນ​, ​ໃນ​ນັ້ນ​ແຮງ​ງານ​ລາວ​ມາ​ແຕ່​ໄທ 229 ຄົນ, ​ແຮງ​ງານ​ຈີນ 101 ຄົນ, ກໍລະນີ​ສົງ​ໄສ 47 ຄົນ ​ແລະ ຜູ້​ປິ່ນປົວ​ຫາຍ​ດີ​ກັບ​ມາກ​ວດຄືນ ພາຍຫລັງ​ຄົບ​ກຳນົດ ຈຳກັດ​ບໍລິ​ເວນ 28 ວັນ ຈຳນວນ 1 ຄົນ (​ເບີ7) ທັງໝົດ​ແມ່ນ​ບໍ່​ພົບ​ເຊື້ອ.

86 ມື້ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ - Visit Laos Visit SALANA BOUTIQUE HOTEL - 86 ມື້ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ
86 ມື້ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ - 3 - 86 ມື້ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!