ມວຍສາກົນອາຊີບ ແລະ ມວຍສາກົນສະໝັກຫຼິ້ນ ຕ່າງກັນບ່ອນໃດ..?


ດັ່ງທີ່ຮູ້ ມວຍສາກົນອາຊີບ ແລະ ມວຍສາກົນສະໝັກຫຼິ້ນ ເບິ່ງຄ້າຍກັນຫຼາຍ ຄືການອອກໝັດໃສ່ກັນ ເພື່ອນ໊ອກອີກຝ່າຍ ຫຼື ອອກໝັດໃຫ້ເຂົ້າເປົ້າ ໝາຍທີ່ສຸດ ກໍຈະເປັນຜູ້ຊະນະ, ແຕ່ເມື່ອພິຈາລະນາຢ່າງລະອຽດພົບວ່າ ມັນແຕກຕ່າງກັນຫຼາຍ, ດັ່ງນັ້ນພວກເຮົາໄດ້ຫາຂໍ້ມູນຈາກສື່ຕ່າງປະເທດມາໃຫ້ຮູ້ນໍາກັນດັ່ງນີ້:


#ຈໍານວນຍົກ: ຕາມມາດຕະຖານມວຍສາກົນສະໝັກຫຼິ້ນຂອງ ໂອແລມປິກ ຈໍານວນຍົກຈະມີພຽງ 3 ຍົກ (ຍົກລະ 3 ນາທີເທົ່ານັ້ນ), ສ່ວນມວຍອາຊີບ ລະດັບຊີງແຊັມໂລກຂອງສະຖາບັນຕ່າງໆ ມີຈໍານວນຍົກຫຼາຍກວ່າ 4 ເທົ່າຕົວຄື 12 ຍົກ (ຍົກລະ 3 ນາທີ).


#ການນັບຄະແນນ: ການນ໊ອກໃນມວຍສາກົນສະໝັກຫຼິ້ນ ຈິ່ງເປັນເລື່ອງຍາກທີ່ສຸກ ເພາະເວລາມີຈໍາກັດ ແລະ ມີນວມປ້ອງກັນບໍລິເວນຫົວ ຫຼຸດຄວາມສ່ຽງໄດ້ອີກ ເຊິ່ງການໃຫ້ຄະແນນຖ້າອອກມັດເຂົ້າເປົ້າ ແລະ ມີນໍ້າໜັກ ກໍຈະນັບເປັນ 1 ຄະແນນ ຖ້າໝັດທີ່ທີ 2 ເຂົ້າເປົ້າອີກກໍຈະກາຍເປັນ 2 ຄະແນນ, ສ່ວນມວຍສາກົນອາຊີບ ຈະໃຫ້ຄະແນນກັນເປັນຍົກ ໂດຍຈັບຍົກນັກມວຍຝ່າຍທີ່ເຮັດໄດ້ດີກວ່າ ແລະ ອອກໝັດເຂົ້າເປົ້າໄດ້ຫຼາຍກວ່າຈະໄດ້ຄະແນນເຕັມ 10 ໃນຍົກນັ້ນ ສ່ວນອີກຝ່າຍກໍອາດຈະໄດ້ 9 ຫຼື ໃນຍົກນັ້ນເຖິງຂັ້ນລົງລົ້ມໃຫ້ກໍາມະການນັບຄະແນນຈະເຫຼືອພຽງ 8 ຫຼື 7.


#ການໃສ່ຊຸດ: ມວຍສາກົນສະໝັກຫຼິ້ນ ຈະໃສ່ນວມປ້ອງກັນບໍລິເວນຫົວ ແລະ ໃສ່ເສື້ອກ້າມກັບໂສ້ງ ພ້ອມກັບເກີບຜ້າໃບ ເຊິ່ງປັດຈຸບັນເລີ່ມປັບປ່ຽນຄືບໍ່ໃສ່ນວນປ້ອງກັນບໍລິເວນຫົວ, ສ່ວນມວຍສາກົນອາຊີບ ແມ່ນຈະບໍ່ໃສ່ເສື້ອ, ໃສ່ໂສ້ງ ແລະ ເກີບຜ່າໃບ.


#ເຫດຜົນທີ່ແຕກຕ່າງກັນຫຼາຍທີ່ສຸດ: ຄໍາວ່າ ສະໝັກຫຼິ້ນນັ້ນ ຕ້ອງເນັ້ນຄວາມປອດໄພເປັນອັນດັບ 1 ຈຸດປະສົງຂອງມວຍປະເພດນີ້ຄື ບໍ່ຕ້ອງການເຫັນນັກກິລາບາດເຈັບ ກົງກັນຂ້າມ ມວຍສາກົນອາຊີບ ເປັນກີລາເພື່ອຄວາມບັນເທິງ ແລະ ຄວາມທ້າທາຍເຕັມຮູບແບບ ເຊິ່ງການໄດ້ເຫັນນັກມວຍເລືອດຕົກຢາງອອກ ຫຼື ລົ້ມລົງກອງກັບພື້ນ ເປັນສ່ວນໜຶ່ງຂອງຄວາມບັນເທິງດັ່ງກ່າວ.ເຖິງວ່າ ສະຫະພັນມວຍສາກົນນາໆຊາດ ຈະພະຍາຍາມເຊື່ອມມວຍສາກົນສະໝັກຫຼິ້ນ ເຂົ້າກັບ ມວຍສາກົນອາຊີບ ໃນການແຂ່ງຂັນ World Series of Boxing (WSB) ມາຕັ້ງແຕ່ປີ 2010,


ເຊິ່ງນັກມວຍໄດ້ຮັບຄ່າເມື່ອຍຈາກການຂຶ້ນເວທີມວຍ ແຕ່ຮູບແບບການແຂ່ງຂັນຕ່າງກັນ ບໍ່ວ່າຈະເປັນໄລຍະເວລາໃນການຊົກຕໍ່ 1 ໄຟທ໌ ລວມເຖິງການໃຫ້ຄະແນນ ກໍຍັງອ້າງອີງກັບມວຍສາກົນສະໝັກຫຼິ້ນຫຼາຍກວ່າຢູ່ດີທີ່ສໍາຄັນຄື ນັກສູ້ໃນເວທີມມວຍສາກົນສະໝັກຫຼິ້ນ ຍັງສາມາດກັບໄປແຂ່ງຂັນໃຫ້ກັບທີມຊາດຂອງຕົວເອງໃນ ໂອແລມປິກ ໄດ້ອີິກດ້ວຍ. (ຂໍ້ມູນຈາກ Main Stand)