ອີກແລ້ວ ! ເກີດແຜ່ນດິນໄຫວ 3,2 ຣິກເຕີ ຢູ່ແຂວງໄຊຍະບູລີ
July 8, 2020 - 2:57 PM
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໃນວັນທີ 8 ກໍລະກົດ 2020 ເວລາ 13:01 ໂມງ ໄດ້ພົບສັນຍານການເກີດແຜ່ນດິນໄຫວ 1 ຄັ້ງ ຢູ່ບໍລິເວນເຂດບ້ານສະລາ ເມືອງໄຊສະຖານ ແຂວງໄຊຍະບູລີີ ຄວາມແຮງສັ່ນສະເທືອນວັດແທກໄດ້ 3,2 ຣິກເຕີ, ຈຸດສູນກາງຢູ່ເສັ້ນຂະໜານທີ 19.48N ແລະ ເສັ້ນແວງທີ 101.299E ເຊິ່ງມີຄວາມເລິກຈາກໜ້າດິນປະມານ 4 ກິໂລແມັດ, ຈຸດສູນກາງແຜ່ນດິນໄຫວແມ່ນໄກຈາກເທສະບານເມືອງໄຊສະຖານປະມານ 10 ກິໂລແມັດ. ເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.