ສໍາມະນາວິທະຍາສາດ ຫັນສູ່ຄວາມເຂັ້ມແຂງກ່ຽວກັບການສ້າງ ແລະ ຄຸ້ມຄອງແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່
ໃນວັນທີ 8 ກໍລະກົດນີ້, ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້ “ການຫັນສູ່ຄວາມເຂັ້ມແຂງກ່ຽວກັບວຽກງານສ້າງ ແລະ ຄຸ້ມຄອງແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່” ໂດຍການເປັນປະທານຮ່ວມຂອງທ່ານຮອງລັດຖະມົນຕີກະຊວງດັ່ງກ່າວ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງ ຊຶ່ງນອກຈາກບົດລາຍງານການເມືອງ, ບົດສໍາຫລວດການນໍາພາລວມຂອງອົງຄະນະພັກ ແລ້ວຍັງໄດ້ມີການກໍານົດຫົວຂໍ້ວິທະຍາສາດຫລາຍຫົວຂໍ້ ເພື່ອເຮັດໃຫ້ເນື້ອໃນຂອງບົດລາຍງານດັ່ງກ່າວສົມບູນ ແລະ ຄົບຖ້ວນຂຶ້ນຕື່ມ. ດັ່ງບົດສຳມະນາມື້ນີ້ແມ່ນບົດໜຶ່ງທີ່ສໍາຄັນ ເພື່ອເຮັດໃຫ້ການສ້າງ ແລະ ຄຸ້ມຄອງແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່ ໃຫ້ສອດຄ່ອງ, ກົມກຽວ ແລະ ສາມາດຈັດຕັ້ງປະຕິບັດໄດ້ ໃນສະພາບຂອງໂລກ ແລະ ພາກພື້ນທີ່ມີການຜັນແປຢ່າງສັບສົນ ແລະ ລະອຽດອ່ອນ, ທັງທາງດ້ານເສດຖະກິດ, ການເມືອງ, ການຄ້າ, ສັງຄົມ ແລະ ສິ່ງແວດລ້ອມ ບວກກັບສະພາບການແຜ່ລະບາດພະຍາດໂຄວິດ-19 ທີ່ກະທົບຮ້າຍແຮງຢ່າງບໍ່ເຄີຍມີມາ ແລະ ໜັກໜ່ວງແບບນີ້ ເຊິ່ງຈະກາຍເປັນຮູບແບບຫັນປ່ຽນການດຳລົງຊີວິດແບບໃໝ່, ການເຮັດວຽກແບບໃໝ່ ຫລື ເອີ້ນວ່າ New Normal, ຈະຕ້ອງຫັນເອົາເຄື່ອງມື ICTເຂົ້າມາຊ່ວຍໃນການສ້າງແຜນໄລຍະໃໝ່ ເພື່ອຮອງຮັບກັບສະພາບທີ່ມີສິ່ງທ້າທາຍດັ່ງກ່າວ.