ການກໍ່ສ້າງສະຖານີວິທະຍຸ-ໂທລະພາບໄຊສົມບູນ ສໍາເລັດແລ້ວ 50%
ວັນທີ 7 ກໍລະກົດນີ້, ທ່ານ ສະຫວັນຄອນ ຣາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງສະຖານີວິທະຍຸ-ໂທລະພາບແຂວງໄຊສົມບູນ ແລະ ໄດ້ຮັບລາຍງານຈາກທ່ານ ຮວ່າງ ແຄັງ ແທງ ຮອງຫົວໜ້າຜູ້ຊີ້ນຳພາກສະໜາມ ຕາງໜ້າບໍລິສັດ ຮ່ວມມືເສດຖະກິດ ໂກເອກໂກ ຈຳກັດຜູ້ດຽວ ທີ່ເປັນບໍລິສັດຮັບເໝົາກໍ່ສ້າງສະຖານີດັ່ງກ່າວວ່າ: ໂຄງການກໍ່ສ້າງມາຮອດປັດຈຸບັນສຳເລັດແລ້ວ 50% ຂອງໜ້າວຽກທັງໝົດເຊັ່ນ: ອາຄານຫ້ອງການສອງຊັ້ນ, ເຮືອນຕິດຕັ້ງເຄື່ອງຈ່າຍສັນຍານ, ຫໍພັກພະນັກງານເຕັກນິກ, ເຮືອນຕິດຕັ້ງຈັກດູດນໍ້າ, ອ່າງນໍ້າໃຕ້ດິນ, ເຈາະນໍ້າບາດານ, ອ່າງກັ່ນຕອງນໍ້າ, ລະບົບດັບເພີງ, ໄຟຟ້າ ແລະ ເສົາອັງແຕນ ສູງ 75 ແມັດ, ພາຍຫລັງລົງມືກໍ່ສ້າງມາແຕ່ເດືອນກຸມພາຜ່ານມາ, ຄາດວ່າຈະໃຫ້ສຳເລັດພາຍໃນໄລຍະເວລາ 23 ເດືອນ ໃນມູນຄ່າການຊ່ວຍເຫລືອທັງໝົດ 118 ຕື້ກວ່າດົງຫວຽດນາມ, ໃນນັ້ນ ມີທຶນສົມທົບຂອງລັດຖະບານລາວ 1,8 ຕື້ກີບ ເພື່ອແນໃສ່ພັດທະນາວຽກງານສື່ມວນຊົນຂອງແຂວງໄຊສົມບູນໃຫ້ມີຄວາມເຂັ້ມແຂງ.