ເດີນໜ້າຕໍ່ເນື່ອງຫົງແດງທຳລາຍສະຖິຕິ ຄວ້າໄຊ 30 ນັດໄວທີ່ສຸດໃນປະຫວັດສາດ..!
ການແຂ່ງຂັນເຕະບານ ພຣີເມ່ຍລີກ ອັງກິດ ລະດູການ 2019-20 ນັດທີ 34 ຄືນຜ່ານມາ, ທີມນົກນາງນວນ ໄບຣຕັນ ແອນ ໂຮຟອາວບ້ຽນ ເປີດບ້ານເສຍຄາຖິ່ນໃຫ້ ຫົງແດງ ລີເວີພູລ ທີມແຊ້ມລະດູການນີ້ 1-3 ຫົງແດງ ນຳກ່ອນສອງໜ່ວຍຈາກ ໂມຮາເໝັດ ຊາລ່າ ນາທີ 6′ ແລະ ຈໍແດນ ເຮັນເດີສັນ ນາທີ 8′ ທ້າຍເຄິ່ງເວລາທີໜຶ່ງເຈົ້າບ້ານຍິງໄລ່ມາ 1-2 ຈາກ: ລີນໂດຣ ໂທຊ໊າດ ນາທີ 45′.ມາເຄິ່ງຫລັງ ລີເວີພູລ ມາໄດ້ປະຕູປິດທ້າຍຈາກ ໂມຮາເໝັດ ຊາລ່າ ນາທີ 76′ ຈົບເກມ ລີເວີພູລ ບຸກຊະນະ ໄບຣຕັນ 3-1
+ ລີເວີພູລ ບວກເພີ່ມເປັນ 92 ຄະແນນຈາກ 34 ນັດ ເພີ່ມໂອກາດສ້າງສະຖິຕພິຊິດແຊ້ມທະລຸເກີນ 100 ຄະແນນ ເຫລືອການແຂ່ງຂັນອີກ 4 ນັດ ຈະພົບກັບ ເບີນລີ້, ອາຣເຊນໍລ, ເຊວຊີ ແລະ ນິວຄາສເຊິນ.
+ ລີເວີພູລ ຊະນະເປັນນັດທີ 30 ໃນພຣີເມ່ຍລີກ ລະດູການນີ້ ເທົ່າກັບສະຖິຕິສູງສຸດ ໃນລະດູການ 1978-79 ແລະ 2018-19 ພ້ອມກັນນີ້ ລີເວີພູລ ຊະນະນອກບ້ານ ເປັນນັດທີ 13 ໃນພຣີເມ່ຍລີກ ລະດູການນີ້ ເທົ່າກັບສະຖິຕິສູງສຸດຂອງສະໂມສອນ.
ຜົນອີກ 3 ຄູ່ໃນມື້ວານນີ້ (8 ກໍລະກົດ 2020) ແມນຊິຕີ້ ຊະນະ ນິວຄາສເຊິນ 5-0, ເຊຟຟິວ ຊະນະ ວູຟແຮມຕັນ 0-1 ເຊັ່ນດຽວກັບ ເວັສແຮມ ເສຍໃຫ້ ເບີນລີ້ 0-1.
ໃນຄືນນີ້ (9 ກໍລະກົດ 2020) ມີແຂ່ງ 3 ຄູ່: ບຣອນມັດ ພົບ ສະເປີ ເວລາ 00:00 ແຂ່ງພ້ອມກັບ ເອຟເວີຕັນ ພົບ ເຊົາແທ່ມຕັນ ແລະ ແອັສຕັນ ວິນລ້າ ພົບ ແມນຢູ ເວລາ 02:15.
ໄຮໄລ້ການແຂ່ງຂັນ ໄບຣຕັນ-ລີເວີ້ພລູ