ນະຄອນຫລວງອອກແຈ້ງກຳນກຳນົດລາຄາເຂົ້າໜຽວຄືນໃໝ່
July 9, 2020 - 12:10 PM
ເມື່ອວັນທີ 9 ກໍລະກົດນີ້ ພະແນກອຸດສາຫະກຳ ແລະການຄ້ານະຄອນຫລວງວຽງຈັນໄດ້ອອກແຈ້ງການ ສະບັບເລກທີ 1099/ອຄ.ນວ.ຄພນ ເລື່ອງກຳນົດລາຄາເຂົ້າໜຽວ ເພື່ອແນໃສ່ການຮັກສາສະຖຽນລະພາບດ້ານລາຄາ, ທັງເປັນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຜູ້ເຮັດການຜະລິດ, ຜູ້ປະກອບການຊື້- ຂາຍເຂົ້າກິນ ໃຫ້ມີຄວາມສະຫງົບ ແລະ ທັງຮັບປະກັນດ້ານການສະຫນອງສະບຽງອາ ຫານໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ.
ຫົວຫນ້າພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ອອກແຈ້ງການ ດັ່ງນີ້:
- ລາຄາຂາຍເຂົ້າເປືອກໜຽວ ຂອງຊາວນາສູງສຸດບໍ່ໃຫ້ເກີນ 3.600 ກີບ/ກິໂລ.
- ລາຄາຂາຍເຂົ້າເປືອກໜຽວ ຢູ່ຫນ້າໂຮງສີເຂົ້າ ຫຼື ໜ້າສາງສູງສຸດບໍ່ໃຫ້ເກີນ 3.900 ກີບ/ກິໂລ.
- ລາຄາຂາຍຍົກເຂົ້າສານໜຽວ (ປະເພດ 2) ສົ່ງເຖິງຕະຫຼາດ ສູງສຸດບໍ່ໃຫ້ເກີນ 6.800 ກີບ/ກິໂລ.
- ລາຄາຂາຍຍ່ອຍເຂົ້າສານໜຽວ(ປະເພດ 2) ຢູ່ຕາມທ້ອງຕະຫຼາດທົ່ວໄປ ສູງສຸດບໍ່ໃຫ້ເກີນ 7.400 ກີບ/ກິໂລ.











