ສະຫະປະຊາຊາດຄາດຄະເນ ໂລກຈະຮ້ອນຂຶ້ນໃນອີກ 5 ປີຕໍ່ໜ້າ
ອົງການອຸຕຸນິຍົມວິທະຍາໂລກ ຫລື WMO ເຊິ່ງເປັນໜ່ວຍງານໃນສັງກັດສະຫະປະຊາຊາດ ຄາດຄະເນສະພາບອາກາດສຳລັບ 5 ປີຕໍ່ໜ້າລະບຸວ່າ: ໂລກຈະມີອຸນຫະພູມສະເລ່ຍສູງກວ່າລະດັບກ່ອນຍຸກອຸດສາຫະກຳຢ່າງໜ້ອຍ 1 ອົງສາ ໃນທຸກໆ 5 ປີຕໍ່ໄປ ແລະ ມີໂອກາດ 20% ທີ່ປີໃດປີໜຶ່ງເປັນຢ່າງໜ້ອຍຈະມີອຸນຫະພູມສູງກວ່າອຸນຫະພູມສະເລ່ຍລະຫວ່າງປີ 1850 ຮອດປີ 1900 ເກີນ 1,5 ອົງສາ.
WMO ລະບຸວ່າ: ໄລຍະ 5 ປີຫລ້າສຸດເປັນໄລຍະເວລາຮ້ອນທີ່ສຸດເທົ່າທີ່ເຄີຍມີມາ ແລະ ຄາດຄະເນວ່າໃນໄລຍະ 5 ປີຕໍ່ໄປ ຄືລະຫວ່າງປີ 2020 ຫາ 2025 ໂລກຈະມີອຸນຫະພູມສູງກວ່າລະດັບກ່ອນອຸດສາຫະກຳຢູ່ລະຫວ່າງ 0,91 ຫາ 1,59 ອົງສາ.
ອົງການອຸຕຸນິຍົມວິທະຍາໂລກ ເປີດເຜີຍວ່າ: ເກືອບທຸກພູມີພາກ ຍົກເວັ້ນບາງສ່ວນຂອງມະຫາສະໝຸດໃນຂົ້ວໂລກໃຕ້ ມີທ່າອ່ຽງຈະຮ້ອນກວ່າໄລຍະປີ 1981-2010 ເຊິ່ງເລຂາທິການ WMO ຊີ້ວ່າ: ການສຶກສາຄັ້ງນີ້ໄດ້ສະແດງໃຫ້ເຫັນເຖິງຄວາມທ້າທາຍທີ່ຍິ່ງໃຫຍ່ໃນການຈະບັນລຸເປົ້າໝາຍທີ່ຂໍ້ຕົກລົງປາຣີສວ່າດ້ວຍການປ່ຽນແປງສະພາບອາກາດໄດ້ຕັ້ງໄວ້ ໃນການຈະຄວບຄຸມບໍ່ໃຫ້ໂລກມີອຸນຫະພູມສູງກວ່າລະດັບຍຸກກ່ອນອຸດສາຫະກຳເກີນ 2 ອົງສາ ພາຍໃນສະຕະວັດນີ້.








