ຊາວກະສິກອນເມືອງໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 35,37%
July 9, 2020 - 2:57 PM
ຫ້ອງການກະສິກໍາ-ປ່າໄມ້ເມືອງໄຊພູທອງ ແຂວງສະຫວັນນເຂດ ໃຫ້ຮູ້ວ່າ: ການປັກດຳເຂົ້ານາປີຂອງຊາວກະສິກອນເມືອງຂອງຕົນສຳເລັດແລ້ວ 35,37% ຂອງເນື້ອທີ່ແຜນການທັງໝົດ 14.109 ເຮັກຕາ, ສ່ວນການກະກຽມດິນໄຖຮຸດສຳເລັດແລ້ວປະມານ 90%. ສໍາລັບການປູກພືດລະດູຝົນບັນລຸໄດ້ແລ້ວ 649,5 ເຮັກຕາ ເທົ່າກັບ 59,13% ຂອງແຜນວາງໄວ້, ໃນນັ້ນ ມີກ້ວຍ 13 ເຮັກຕາ, ມັນຕົ້ນ 368 ເຮັກຕາ, ຖົ່ວດິນ 58 ເຮັກຕາ, ໝາກແຕງ 17 ເຮັກຕາ, ສາລີ 45 ເຮັກຕາ, ໝາກເຂືອ 13,4 ເຮັກຕາ, ມັນດ້າງ 18 ເຮັກຕາ ແລະ ໝາກເຜັດ 36 ເຮັກຕາ.