ລຍະ 6 ເດືອນຕົ້ນປີ 2020 ຟຟລສາມາດຈຳ ໜ່າຍພະລັງງານໄຟຟ້າ 5.201 ລ້ານກິໂລວັດໂມງ ເປັນເງິນ 3.321 ຕື້ກີບ ລາຄາສະເລ່ຍຈຳໜ່າຍ 638,65 ກີບຕໍ່ກິໂລວັດໂມງ
ກອງປະ ຊຸມສະ ຫຼຸບວຽກງານປະຈຳ 6 ເດືອນຕົ້ນປີ ແລະ ແຜນສູ້ຊົນ 6 ເດືອນທ້າຍປີ 2020 ຂອງລັດວິສາຫະກິດໄຟ ຟ້າລາວ (ຟຟລ) ຈັດຂຶ້ນວັນທີ 7 ກໍ ລະ ກົດ 2020 ຢູ່ລັດວິສາຫະກິດດັ່ງ ກ່າວ ໂດຍເປັນປະ ທານຂອງທ່ານ ຈັນ ທະບູນ ສຸກອາລຸນ ຜູ້ວ່າ ການອຳ ນວຍການໃຫຍ່ ຟຟລ ມີທ່ານ ຄຳມະ ນີ ອິນທິລາດ ລັດ ຖະ ມົນ ຕີກະ ຊວງພະ ລັງ ງານ ແລະ ບໍ່ແຮ່ ພ້ອມດ້ວຍຄະ ນະອຳ ນວຍການ ຟຟລ ແລະ ພາກ ສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ.
ທ່ານ ຈັນທະບູນ ສຸກອາລຸນ ກ່າວວ່າ: ໄລຍະ 6 ເດືອນຕົ້ນປີ 2020 ລັດວິສາຫະກິດໄຟຟ້າລາວ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ເປັນ ຕົ້ນວຽກງານຄຸ້ມຄອງລະບົບຈຳໜ່າຍໄດ້ເອົາໃຈໃສ່ປັບປຸງໃຫ້ມີປະສິດ ທິຜົນ ແລະ ທັນສະ ໄໝຫຼາຍຂຶ້ນ ໃນນີ້ສາມາດຈຳໜ່າຍພະລັງງານໄຟຟ້າ 5.201 ລ້ານກິໂລວັດໂມງ ເປັນເງິນ 3.321 ຕື້ກີບ ທຽບໃສ່ແຜນການ ເປັນພະລັງງານເທົ່າກັບ 90,23% ເປັນເງິນເທົ່າກັບ 89,32% ລາຄາສະ ເລ່ຍຈຳໜ່າຍ 638,65 ກີບຕໍ່ກິໂລວັດໂມງໃນນີ້ຈຳໜ່າຍພາຍໃນປະເທດ 81,8% ຂາຍອອກຕ່າງ ປະ ເທດ 18,2% ພະ ລັງ ງານຕົກ ເຮ່ຍພາກຈຳ ໜ່າຍ (ລວມລູກຄ້າລະ ບົບສົ່ງ) ປະຕິບັດໄດ້ 6,38% ຫຼຸດລົງຈາກທ້າຍປີ 2019 ຈຳນວນ 1,39% ການຂະ ຫຍາຍຕາຂ່າຍໄຟ ຟ້າອອກສູ່ຊົນນະບົດ ທົ່ວປະ ເທດມີ 148 ເມືອງ ມີໄຟຟ້າໃຊ້ຖາວອນແລ້ວ 100% ມີ 8.449 ບ້ານໃນນີ້ມີໄຟຟ້າໃຊ້ຖາວອນ 7.857 ບ້ານເທົ່າກັບ 92,99% ມີ 1.251.652 ຄອບຄົວມີໄຟຟ້າໃຊ້ແລ້ວ 1.173.329 ຄອບ ຄົວເທົ່າກັບ 93,74% ຂອງຄອບຄົວທັງໝົດ.
ວຽກຜະລິດ ແລະ ຮັບຊື້ພະລັງງານໄດ້ຮັບຊື້ພະລັງງານຈາກແຫຼ່ງຜະລິດພາຍໃນລວມທັງນຳເຂົ້າ ແລະ ຜະລິດເອງ 5.638 ລ້ານກິໂລວັດໂມງ ເປັນເງິນ 2.956 ຕື້ກີບ ທຽບໃສ່ແຜນ ການເປັນພະ ລັງງານເທົ່າກັບ 91,11% ເປັນເງິນເທົ່າກັບ 96,46% ລາຄາສະເລ່ຍຊື້ພະລັງງານ 524,37 ກີບຕໍ່ກິໂລວັດໂມງ ຟຟລ ໄດ້ສຸມໃສ່ຄຸ້ມຄອງ ແລະ ບຳລຸງຮັກ ສາລະບົບສາຍສົ່ງ-ສະຖານີ ແລະ ອຸປະກອນໄຟຟ້າໃຫ້ມີຄວາມສະເຖຍລະພາບ ຄຸ້ມຄອງການຊື້-ຂາຍພະ ລັງ ງານຂອງລູກຄ້າລາຍໃຫຍ່ ຕິດ ຕາມກວດ ກາໂຄງ ການກໍ່ ສ້າງສູນບັນ ຊາລະ ບົບໄຟ ຟ້າແຫ່ງຊາດ ໄລຍະທີ 2 ໃຫ້ສຳ ເລັດສົມ ບູນ ປັດ ຈຸ ບັນທົ່ວປະ ເທດມີສະ ຖາ ນີໄຟ ຟ້າແຮງສູງ 68 ແຫ່ງ ສຳ ລັບການກໍ່ ສ້າງເຂື່ອນໄຟ ຟ້າກຳ ລັງຈັດຕັ້ງປະ ຕິ ບັດໂຄງ ການທີ່ໄຟ ຟ້າລາວ ກໍ່ ສ້າງເອງ 3 ໂຄງ ການ ຄື: ໂຄງ ການກໍ່ ສ້າງເຂື່ອນໄຟ ຟ້ານ້ຳຫີນບູນ ເຂື່ອນນ້ຳງື່ມ 1 ພາກຂະ ຫຍາຍຈັກເບີ 6 ແລະ ນ້ຳງື່ມ 4 ລວມກຳ ລັງຕິດຕັ້ງທັງໝົດ 310 ເມກາວັດ ແລະ ໂຄງ ການຮ່ວມກັບເອ ກະຊົນພັດ ທະ ນາເຂື່ອນໄຟ ຟ້ານ້ຳງື່ມ 3 ແລະ ໂຄງ ການອື່ນໆ.
ສຳລັບແຜນ ການຕໍ່ໜ້າ ຈະສຸມໃສ່ກຳ ນົດແຜນຄາດໝາຍສູ້ຊົນໃນການດຳ ເນີນທຸ ລະກິດຂອງໄຟຟ້າລາວໂດຍອີງ ໃສ່ຄຳຂວັນ “ເພີ່ມລາຍຮັບ ຫຼຸດລາຍຈ່າຍ ຈຳ ໜ່າຍໄຟໃຫ້ພຽງ ພໍ ບໍ ລິ ການໄວ ດ້ວຍຄວາມປອດໄພ ຊົມ ໃຊ້ໃຫ້ເກີດຜົນ” ແລະ ສູ້ຊົນປະ ຕິ ບັດຄຳສັ່ງ 02/ນຍ ໂດຍສະ ເພາະເນັ້ນໜັກໃສ່ວຽກງານສຳ ຄັນ ເປັນ ຕົ້ນການສືບ ຕໍ່ຄົ້ນ ຄວ້າລາ ຄາໄຟ ຟ້າ ຮ່ວມກັບກະ ຊວງພະ ລັງ ງານ ແລະ ບໍ່ແຮ່ ຕາມການຊີ້ນຳຂອງລັດ ຖະ ບານ ສືບ ຕໍ່ແກ້ໄຂຖາ ນະການເງິນຂອງໄຟ ຟ້າລາວໃຫ້ຄ່ອງຕົວຂຶ້ນກວ່າເກົ່າ ເນັ້ນໃສ່ການບໍລິ ການລູກຄ້າໃຫ້ມີຄວາມເພິ່ງພໍ ໃຈ ສູ້ຊົນຫຼຸດ ຜ່ອນຂັ້ນຕອນ ແລະ ໄລ ຍະເວ ລາການບໍ ລິ ການຕິດຕັ້ງໄຟ ຟ້າ ຕາມຄຳສັ່ງຂອງນາ ຍົກ ລັດ ຖະ ມົນ ຕີ ສະ ບັບເລກທີ 02/ນຍ ໃຫ້ປະ ກົດຜົນເປັນຈິງ ແລະວຽກງານອື່ນໆອີກ.
ໂອ ກາດນີ້ ຍັງໄດ້ມີການຍ້ອງ ຍໍກົມກອງລວມໝູ່ ແລະ ບຸກ ຄົນດີ ເດັ່ນ ທີ່ມີຜົນ ງານປະ ກອບ ສ່ວນໃນການປະ ຕິ ບັດໜ້າວຽກ 4 ໂຄງ ການສາຍສົ່ງໄຟ ຟ້າ ທີ່ຈັດຕັ້ງປະ ຕິ ບັດຢ່າງມີຜົນ ສຳ ເລັດຢູ່ບັນ ດາແຂວງ ຕື່ມອີກ.