ຮອງນາຍົກລົງຊຸກຍູ້ວຽກງານຢູ່ແຂວງຈຳປາສັກ
ໃນວັນທີ 8 ກໍລະກົດຜ່ານມານີ້, ທ່ານ ສົມດີດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຢູ່ແຂວງຈຳປາສັກ.

ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກ ໄດ້ພົບປະປຶກສາຫາບາງບັນຫາທີ່ສຳຄັນທີ່ຕິດພັນກັບວຽກງານຈັດເກັບລາຍຮັບຢູ່ແຂວງຈຳປາສັກ ແລະ ໄດ້ລົງຕິດຕາມການຈັດຕັ້ງເຝົ້າລະວັງ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ສູນກັກກັນຫລັກ 21 ເມືອງປະທຸມພອນ ເພື່ອກັກກັ້ນແຮງງານລາວທີ່ເຄື່ອນຍ້າຍມາແຕ່ຕ່າງປະເທດ ໂດຍສະເພາະມາຈາກປະເທດໄທ. ສູນແຫ່ງນີ້ມີອາຄານຈໍານວນ 10 ຫລັງ. ມາຮອດປັດຈຸບັນມີແຮງງານສະສົມທັງໝົດ 1.126 ຄົນ, ຍິງ 692 ຄົນ. ພ້ອມລົງຢ້ຽມຢາມດ່ານຜ່ານແດນວັງເຕົ່າ-ຊ່ອງເມັກ ແລະ ໂຄງການພັດທະນາເສດຖະກິດວັງເຕົ່າ-ໂພນທອງອີກດ້ວຍ.

ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກ ໄດ້ເນັ້ນໃຫ້ຄະນະພັກ, ຄະນະນຳຂອງແຂວງ ໂດຍສະເພາະພະແນກການເງິນຂອງແຂວງ ສືບຕໍ່ປະຕິບັດການຈັດເກັບລາຍຮັບເຂົ້າງົບປະມານ ເພື່ອການພັດທະນາຂອງແຂວງໃຫ້ຕໍ່ເນື່ອງ, ເອົາໃຈໃສ່ການກວດກາລາຍຮັບໃຫ້ຖືກຕ້ອງຕາມຄວາມເປັນຈິງ, ເຂັ້ມງວດການນຳເຂົ້າສິນຄ້າຕ່າງໆ ແລະ ສືບຕໍ່ຊອກທ່າແຮງທີ່ບົ່ມຊ້ອນຂອງທ້ອງຖິ່ນ ເພື່ອເພີ່ມການຈັດເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.










