ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢ້ຽມຢາມໂຮງງານຜະລິດ ຜ້າອັດປາກ-ດັງ ໄອໂຊລອຍ ແລະ ນານາຊິນ
ໃນວັນທີ 8 ກໍລະກົດນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມຄະນະ ໄດ້ລົງຕິດຕາມຂະບວນການຜະລິດຜ້າອັດປາກ-ດັງ ຢູ່ໂຮງງານຜະລິດຜ້າອັດປາກ-ດັງ ໄອໂຊລອຍ ແລະ ໂຮງງານຜະລິດຜ້າອັດປາກ-ດັງ ນານາຊິນ ຢູ່ບ້ານດົງນາທອງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເຊິ່ງໄດ້ຮັບລາຍງານຈາກຜູ້ອຳນວຍການໂຮງງານຜະລິດຜ້າອັດປາກ-ດັງ ໄອໂຊລອຍ ວ່າ: ໂຮງງານດັ່ງກ່າວໄດ້ເລີ່ມສ້າງຕັ້ງຂຶ້ນໃນຕົ້ນປີນີ້ ໂດຍໄດ້ນຳເຂົ້າເຄື່ອງຈັກທີ່ທັນສະໄໝ ແລະ ມີມາດຕະຖານສູງຈາກ ສປ ຈີນ, ໃນນັ້ນ ປະກອບມີເຄື່ອງຈັກຜະລິດຜ້າອັດປາກ-ດັງສາມຊັ້ນ ຈຳນວນ 2 ເຄື່ອງ ແລະ ເຄື່ອງຈັກອື່ນໆ ມີທັງແບບອັດຕະໂນມັດ ແລະ ແບບໃຊ້ແຮງງານຄົນ ໂດຍເນັ້ນການຜະລິດຜ້າອັດປາກ-ອັດດັງ ເພື່ອຈຳໜ່າຍຢູ່ພາຍໃນເປັນສ່ວນໃຫຍ່ ເຊິ່ງປັດຈຸບັນແມ່ນໄດ້ເປີດລົດທອງການຜະລິດແລ້ວດ້ວຍຄວາມອາດສາມາດໃນການຜະລິດແມ່ນ 300.000-400.000 ອັນຕໍ່ມື້.
ພ້ອມດຽວກັນນີ້, ຜູ້ອຳນວຍການໂຮງງານຜະລິດຜ້າອັດປາກ-ດັງ ນານາຊິນ ກໍໄດ້ລາຍງານວ່າ: ປັດຈຸບັນ ໂຮງງານຂອງຕົນພວມຢູ່ໃນຂັ້ນຕອນທົດລອງການຜະລິດ ໂດຍໄດ້ນຳໃຊ້ວັດຖຸນຳເຂົ້າຈາກປະເທດໄທ ແລະ ຄາດວ່າຈະເລີ່ມເປີດການຜະລິດຜ້າອັດປາກ-ດັງ ຍີ່ຫໍ່ NNUP ໃນທ້າຍເດືອນກໍລະກົດນີ້ ດ້ວຍຄວາມອາດສາມາດໃນການຜະລິດແມ່ນ 80 ອັນຕໍ່ 1 ນາທີ, ໃນນັ້ນ 30% ຂອງຜະລິດຕະພັນຈະຈໍາໜ່າຍຢູ່ພາຍໃນປະເທດ ແລະ ອີກ 70% ແມ່ນຈະສົ່ງອອກໄປຕ່າງປະເທດ.
ໃນໂອກາດນີ້, ທ່ານຮອງນາຍົກ ໄດ້ເນັ້ນໃຫ້ສອງໂຮງງານດັ່ງກ່າວ ເອົາໃຈໃສ່ປັບປຸງລະບົບການຜະລິດໃຫ້ມີຄວາມເປັນລະບຽບ, ຕ້ອງມີວິຊາການຊ່ຽວຊານມາໃຫ້ການແນະນຳ ເພື່ອໃຫ້ໄດ້ຜະລິດຕະພັນທີ່ມີຄຸນນະພາບ ສາມາດນຳໃຊ້ເຂົ້າໃນການປ້ອງກັນເຊື້ອພະຍາດຕ່າງໆຢ່າງມີປະສິດທິພາບສູງ. ພ້ອມກັນນັ້ນ, ກໍໃຫ້ປະສານງານກັບກະຊວງສາທາລະນະສຸກ ເພື່ອກວດກາມາດຕະຖານ ແລະ ຄຸນນະພາບຂອງຜະລິດຕະພັນທຸກຂັ້ນຕອນ ຈົນໄປເຖິງການນຳອອກຈຳໜ່າຍ ແລະ ກໍຕ້ອງໄດ້ເອົາໃຈໃສ່ຄວບຄຸມລາຄາທີ່ສົມເຫດສົມຜົນ ເພື່ອໃຫ້ປະຊາຊົນລາວໄດ້ຊົມໃຊ້ຜະລິດຕະພັນທີ່ຜະລິດຢູ່ພາຍໃນຢ່າງທົ່ວເຖິງ.










