ກິນເຫຼົ້າ ກີນເບຍປົນກັນ ລະວັງເປັນພິດ !
ຕອນບ່າຍວັນທີ 8 ກໍລະກົດນີ້, ຢູ່ທີ່ໂຮງໝໍແຂວງ ແຄັງຮວາ ຫວຽດນາມ ໃຫ້ຮຸ້ວ່າ: ໂຮງໝໍແຫ່ງນີ້ກຳລັງຊ່ວຍກູ້ເອົາຊີວິດຂອງຜົວ-ເມຍຄູ່ໜຶ່ງຊາວ ກາຢັກສະຖານ ທີ່ຖືກຢາເປັນພິດ ເມທາໂນນ(methanol). ຄິກນີ້ຮູ້ຈັກກັບທາດ ເມທາໂນນ(methanol)
ຂ່າວເບື້ອງຕົ້ນໃຫ້ຮູ້ວ່າ: ໃນຂະນະທີ່ພັກເຊົາຢູ່ໃນນະຄອນ ຍາຈາງນັ້ນ, ວັນທີ 7 ກໍລະກົດ ມີພັກພວກຊາວ ກາຢັກສະຖານ ຈຳນວນໜຶ່ງ ໄດ້ຊວນກັນໄປສິດເບັດ(ຕຶກເບັດ) ແລະ ດື່ມເບຍ, ແຕ່ເຫັນວ່າເບຍບໍ່ປຸກ ຈຶ່ງໄດ້ໄປຊື້ເອົາເຫຼົ້າ 90 ມາປົນໃສ່ ເພື່ອດື່ມ.
ພາຍຫຼັງດື່ມໄດ້ບໍ່ພໍເທົ່າໃດນາທີ ມີຜູ້ໜຶ່ງຕາຍຄາທີ່, ອີກສອງຄົນຊຶ່ງເປັນຜົວ-ເມຍກັນ ກໍຢູ່ໃນອາການວິນວຽນບໍ່ມີສະຕິ, ລະບົບທາງເດີນຫາຍໃຈຖືກຊຸດໂຊມຢ່າງໜັກ ຈຶ່ງໄດ້ນຳສົ່ງ ໂຮງໝໍ ແຄັງຮວາ ໂດຍສຸກເສີນ.
ເມື່ອໄປເຖິງໂຮງໝໍ, ພະນັກງານແພດໄດ້ເຈາະເອົາເລືອດໄປກວດ ພ້ອມທັງໃສ່ເຄື່ອງຊ່ວຍຫາຍໃຈ, ຟອກເລືອດ, ລ້າງໄຂ່ຫຼັງ. ເຖິງແມ່ນວ່າອາການເປັນພິດຈາກຢາ ເມທາໂນນ ຈະຫຼຸດຜ່ອນລົງ ແລະ ຫາຍໃຈເປັນປົກກະຕິ ກໍຕາມ ແຕ່ທ່ານໝໍໃຫ້ຮູ້ວ່າ ອາການຍັງໜັກໜ່ວງຢູ່.
ຂ່າວ:ລູກເມືອງພວນ(ແຫຼ່ງຂ່າວ tintucvtv24)