ບໍລິຄຳໄຊມີຜູ້ຕົກເປັນເຫຍື່ອການຄ້າມະນຸດ 3 ຄົນ
July 9, 2020 - 4:21 PM
ໃນກອງປະຊຸມສະຫຼຸບ, ຖອດຖອນບົດຮຽນກອງເລຂາຕ້ານການຄ້າມະນຸດ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດນີ້ ຢູ່ກອງບັນຊາການ ປກສ ແຂວງ ເພື່ອຮັບຟັງລາຍງານຜົນການຈັດຕັ້ງປະຕິບັດວຽກງານຕ້ານ ແລະ ສະກັດກັ້ນການຄ້າມະນຸດໃນຜ່ານມາ ເຊິ່ງພະແນກສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປກສ ແຂວງ ໄດ້ຮັບເອົາຄົນລາວກັບຄືນປະເທດ ຈຳນວນ 10 ຄົນ ເຊິ່ງເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ໃນນັ້ນ ຈາກປະເທດຈີນເພດຍິງ 2 ຄົນ, ຈາກປະເທດໄທ 1 ຄົນ, ກຸ່ມສ່ຽງຕໍ່ການຄ້າມະນຸດ 4 ຄົນ.










