ຄວາມຄືບໜ້າ ຄະດີຄາຕະກອນໂຫດປຸ້ນຊີງຊັບເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ
ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນເວລາ 20:30 ໂມງຂອງວັນທີ 7 ກໍລະກົດ 2020 ໄດ້ມີຄົນຮ້າຍ ຊື່: ທ້າວ ຢິນອາເຊິງ ອາຍຸ 58 ປີ, ສັນຊາດຈີນ ໄດ້ນໍາໃຊ້ມິດ ແລະ ປືນສັ້ນ 9 ມມ ຍິງຄົນສັນຊາດດຽວກັນ ເຮັດໃຫ້ມີຜູ້ເສຍຊີວິດ ຄາທີ່ 4 ຄົນຄື: ທ້າວ ໂຮຊິນຫຼົງ ອາຍຸ 33 ປີ, ທ້າວ ລີຟູກາງ ອາຍຸ 33 ປີ, ທ້າວ ຢາງຝິງຊາ ອາຍຸ 31 ປີ ແລະ ທ້າວ ຫຼີວຢູ່ຊິນ ອາຍ 33 ປີ. ນອກນີ້, ຍັງມີ ນາງ ຢູລີລີ ອາຍຸ 34 ປີ ໄດ້ຮັບບາດເຈັບ. ຫຼັງກໍ່ເຫດ, ຈາກນັ້ນ ຜູ້ກໍ່ເຫດກໍໄດ້ເອົາຕົວຫຼົບໜີ.
ຮອດເວລາປະມານ 10:00 ໂມງ ຂອງວັນທີ 8 ກໍລະກົດ, ໄດ້ສືບຮູ້ວ່າ ຜູ້ກ່ຽວຫຼົບໜີໄປບ້ານນໍ້າເກິ່ງ, ພໍຮອດມາຮອດບ້ານນໍ້າເກິ່ງໃໝ່, ເວລາ 12:30 ໂມງຂອງວັນດຽວກັນ, ໄດ້ພົບເຫັນລົດເປົ້້າໝາຍຢູ່ຂ້າງອູ່ສ້ອມແປງລົດໃຫຍ່. ເຈົ້າໜ້າທີ່ໄດ້ປິດລ້ອມແລະເຂົ້າໄປກວດກາ, ພົບຜູ້ກ່ຽວຕິດຈັກລົດ ພ້ອມທັງຍົກປືນໃສ່ຈະຍິງຕໍ່ສູ່ກັບເຈົ້າ ສົ່ງຜົນໃຫ້ເຈົ້າໜ້າທີ່ຕ້ອງຍິງປືນໃສ່ເປົ້າໝາຍ 1 ບາດ ໄດ້ຮັບບາດເຈັບ ກ່ອນເຂົ້າຈັບຕົວຜູ້ກ່ຽວ; ສ່ວນເມຍຂອງຜູ້ກໍ່ເຫດໄດ້ເອົາຕົວຫຼົບໜີ ເຊິ່ງເຈົ້າໜ້າທີ່ກໍາລັງຕິດຕາມຕົວ.
ຜ່ານການກັກຕົວຄົນຮ້າຍ, ພ້ອມຂອງກາງຄື: ປືນ 9 ມມ 1 ກະບອກ ລູກປືນ 10 ລູກ, ອຸປະກອນເກັບສຽງປືນ 1 ອັນ ພ້ອມເງິນ 807.600 ຢວນ, 58.500 ບາດ ແລະ ຊິບກາຊີໂນ 4 ອັນ ຕີເປັນມູນຄ່າ 112.000 ຢວນ.
ຄະດີດັ່ງກ່າວນີ້, ເຈົ້າໜ້າທີ່ພວມເລັ່ງສືບສວນສອບສວນຫາແຮງຈູງໃຈໃນການກໍ່ເຫດຄັ້ງນີ້.










