5 ບັນຫາທີ່ໜ້າສົນໃຈໃນການ ເລືອກຕັ້ງສິງກະໂປ 2020 ເສິກຄັ້ງສຸດທ້າຍຂງທ່ານ ຫລີຊຽນລຸງ
ປະເທດໃນອາຊຽນຄືສິງກະໂປກຽມຈັດການເລືອກຕັ້ງຄັ້ງໃຫຍ່ໃນວັນທີ 10 ກໍລະກົດນີ້ ຫລັງປະທານາທິບໍດີ ຮາລິມາ ຢາຊອບ ເຫັນພ້ອມຕໍ່ຂໍ້ສະເໜີຍຸບສະພາຂອງນາຍົກລັດຖະມົນຕີ ຫລີຊຽນລຸງ ປະກາດຍຸບສະພາໃນວັນທີ 23 ມິຖຸນາຜ່ານມາ ຖືເປັນການຈັດການເລືອກຕັ້ງລະດັບປະເທດທີ່ໃຊ້ໄລຍະເວລາກະກຽມກ່ອນເປີດຫີບເລືອກຕັ້ງພຽງ 2 ອາທິດເທົ່ານັ້ນ.
ໂດຍການເລືອກຕັ້ງທົ່ວໄປຄັ້ງນີ້ຊີງໄຊ 93 ບ່ອນນັ່ງ ເຊິ່ງ 14 ບ່ອນນັ່ງມາຈາກເຂດດຽວເບີດຽວ (Single Member Constituencies: SMCs) ທີ່ໃຊ້ການແບ່ງເຂດຄະແນນສູງສຸດ (First past-the-post) ໃນ 14 ເຂດເລືອກຕັ້ງ ຄົນທີ່ໄດ້ຄະແນນສຽງສູງສຸດພຽງຄົນດຽວຈະໄດ້ຮັບເລືອກ. ຂະນະທີ່ອີກ 79 ບ່ອນນັ່ງທີ່ເຫລືອມາຈາກລະບົບເຂດໃຫຍ່ຍົກພັກ (Group Representation Constituencies: GRCs) ໃນອີກ 17 ເຂດເລືອກຕັ້ງທີ່ເຫລືອທົ່ວປະເທດ.
ນີ້ຄື 5 ບັນຫາທີ່ໜ້າສົນໃຈໃນການເລືອກຕັ້ງສິງກະໂປ 2020
- ການເລືອກຕັ້ງຄັ້ງສຸດທ້າຍຂອງທ່ານ ຫລີຊຽນລຸງ ຜູ້ນຳຮຸ່ນທີ 3 ຂອງສິງກະໂປ
ນາຍົກລັດຖະມົນຕີ ຫລີຊຽນລຸງ ກຽມສົ່ງຕໍ່ອຳນາດໃຫ້ທາຍາດທາງການເມືອງຄົນໃໝ່ ຫລັງນັ່ງຕັ່ງບໍລິຫານປະເທດມາດົນ ນັບແຕ່ກາງປີ 2004. ການເລືອກຕັ້ງຄັ້ງນີ້ຈຶ່ງອາດເປັນການເລືອກຕັ້ງ ຄັ້ງສຸດທ້າຍຂອງທ່ານທີ່ຈະສູ້ເສິກລົງຊີງຕັ່ງນາຍົກລັດຖະມົນຕີສິງກະໂປ. ຄາດຄະເນວ່າທ່ານຈະປະກາດ ວາງມືຫລັງຜ່ານພົ້ນການເລືອກຕັ້ງໃຫຍ່ໃນປີນີ້ ແລະ ມີທ່າອ່ຽງຈະສົ່ງຕໍ່ອຳນາດໃຫ້ທາຍາດທາງການເມືອງ ຄືທ່ານ ເຮັງສະວີກຽດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນຄົນປັດຈຸບັນ ເພື່ອປູ ທາງກຽມຮັບໜ້າທີ່ຕໍ່ເປັນນາຍົກລັດຖະມົນຕີຄົນທີ 4 ຂອງສິງກະໂປ.
ການເລືອກຕັ້ງທົ່ວໄປຄັ້ງນີ້ຈຶ່ງປຽບເໝືອນການທົດສອບ ສຳລັບທ່ານ ເຮັງສະວີກຽດ ແລະ ນັກການ ເມືອງເລືອດໃໝ່ຂອງພັກກິດປະຊາຊົນ (People’s Action Party: PAP) ຫລື ຮູ້ຈັກກັນໃນຊື່ທີມ Fourth Generation ຫລື 4G ກ່ອນຈະກ້າວຂຶ້ນມາມີບົດບາດທາງການເມືອງເພີ່ມຂຶ້ນອີກໃນອະນາຄົດ.
- ມີພັກການເມືອງສົ່ງຜູ້ສະໝັກຮັບເລືອກຕັ້ງຫລາຍທີ່ສຸດໃນປະຫວັດສາດສິງກະໂປ
ໃນການເລືອກຕັ້ງຄັ້ງນີ້ມີຜູ້ສະໝັກຮັບເລືອກຕັ້ງເຖິງ 192 ຄົນ ຈາກ 11 ພັກການເມືອງ ຊີງ 93 ບ່ອນນັ່ງໃນ 31 ເຂດເລືອກຕັ້ງທົ່ວປະເທດ. ພັກການເມືອງໃດໄດ້ 47 ບ່ອນນັ່ງ ຫລື ຫລາຍກວ່າ ຈະຄອງສຽງສ່ວນຫລາຍໃນສະພາ ແລະ ມີສິດຈັດຕັ້ງລັດຖະບານຊຸດໃໝ່ບໍລິຫານສິງກະໂປຕໍ່ໄປອີກ 5 ປີ.
ໜຶ່ງໃນພັກການເມືອງທີ່ໜ້າສົນໃຈຄື ພັກສິງກະໂປກ້າວໜ້າ (Progress Singapore Party: PSP) ທີ່ມີນ້ອງຊາຍນາຍົກລັດຖະມົນຕີສິງກະໂປ ຄືທ່ານ ຫລີຊຽນຢາງ ໃຫ້ການສະໜັບສະໜູນ ແລະ ສະໝັກເຂົ້າເປັນສະມາຊິກໃໝ່ຂອງພັກ ສະແດງຈຸດຢືນຢູ່ເບື້ອງກົງກັນຂ້າມທາງການເມືອງກັບອ້າຍຂອງຕົນເອງ ໂດຍການເລືອກຕັ້ງຄັ້ງນີ້ ທ່ານ ຫລີຊຽນຢາງ ບໍ່ໄດ້ສະໝັກລົງຮັບເລືອກຕັ້ງໃນນາມ PSP ແຕ່ຢ່າງໃດ ເຊິ່ງທ່ານເຊື່ອໝັ້ນວ່າ ຜູ້ນຳທາງການເມືອງຂອງສິງກະໂປຕ້ອງການຄົນທີ່ມີຄວາມສາມາດ, ບໍ່ໄດ້ຜູກຂາດຢູ່ທີ່ຄອບຄົວໃດຄອບຄົວໜຶ່ງ ຫລື ບຸກຄົນໃດບຸກຄົນໜຶ່ງ. ພ້ອມລະບຸເຖິງສາເຫດທີ່ທ່ານບໍ່ລົງສະໝັກຮັບເລືອກຕັ້ງ ເພາະທ່ານເຫັນວ່າສິງກະໂປບໍ່ຈຳເປັນຕ້ອງມີຄົນນາມສະກຸນ ຫລີ ເຂົ້າໄປມີສ່ວນບໍລິຫານປະເທດອີກໃນໄລຍະເວລານີ້, ຄາດວ່າພັກ PSP ທີ່ຫາກໍສ້າງຕັ້ງຂຶ້ນໃນປີ 2019 ນີ້ຈະສ້າງສີສັນໃຫ້ການເລືອກຕັ້ງຄັ້ງໃຫຍ່ນີ້ບໍ່ຫລາຍກໍໜ້ອຍ.
- ການເລືອກຕັ້ງແບບ New Normal ໃນໄລຍະທີ່ໂຄວິດ-19 ຍັງແຜ່ລະບາດຕໍ່ເນື່ອງ
ນອກຈາກເຫດຜົນດ້ານໄລຍະເວລາທີ່ເຫລືອຢູ່ພຽງບໍ່ເທົ່າໃດເດືອນຂອງລັດຖະສະພາຊຸດປັດຈຸບັນແລ້ວ, ການຄວບຄຸມສະຖານະການການແຜ່ລະບາດຂອງໂຄວິດ-19 ພາຍໃນປະເທດໄດ້ ພາຍຫລັງກວດພົບກຸ່ມກ້ອນແຮງງານຕ່າງປະເທດຂະໜາດໃຫຍ່ເປັນອີກໜຶ່ງເຫດຜົນເຮັດໃຫ້ນາຍົກລັດຖະມົນຕີ ຫລີຊຽນລຸງ ສະເໜີໃຫ້ມີການຍຸບສະພາ ເພື່ອເປີດທາງໃຫ້ຄະນະລັດຖະບານ ລວມທັງສະມາຊິກສະພາຊຸດໃໝ່ບໍລິຫານປະເທດ ແລະ ຕອບສະໜອງຕໍ່ວິກິດໂຄວິດ-19 ໄດ້ຢ່າງວ່ອງໄວ ໂດຍບໍ່ຕ້ອງລໍຖ້າໃຫ້ໝົດວາລະໃນເດືອນເມສາ 2021 ເພາະຖ້າລໍຈົນຮອດປີໜ້າ ອາດເກີດຄວາມບໍ່ແນ່ນອນຫລາຍປະການ ລວມທັງອາດເກີດການລະບາດຮອບໃໝ່ທີ່ຈະຍິ່ງເປີດຊ່ອງວ່າງໃຫ້ພັກຝ່າຍຄ້ານວິພາກວິຈານການເຮັດວຽກຂອງພັກລັດຖະບານ PAP ໄດ້ຫລາຍຂຶ້ນ.
ການເລືອກຕັ້ງແບບ New Normal ຈະເປີດໂອກາດໃຫ້ກຸ່ມຜູ້ອາຍຸສູງທີ່ມີສິດເລືອກຕັ້ງສາມາດລົງຄະແນນໄດ້ກ່ອນ ເຊິ່ງຈະກໍານົດໃຫ້ຜູ້ມາລົງຄະແນນສຽງຕ້ອງໃສ່ຖົງມືແບບໃຊ້ແລ້ວຖິ້ມໃນເວລາລົງຄະແນນຢູ່ບ່ອນເລືອກຕັ້ງ ໂດຍທາງການໄດ້ອະນຸຍາດໃຫ້ບຸກຄົນທີ່ຢູ່ລະຫວ່າງການກັກຕົວຢູ່ໂຮງແຮມ ຫລື ຢູ່ລະຫວ່າງການປິ່ນປົວ ສາມາດເລືອກຕັ້ງນອກເຂດທີ່ຕົນມີລາຍຊື່ຢູ່ໄດ້, ພ້ອມທັງເພີ່ມຈຳນວນໜ່ວຍເລືອກຕັ້ງຈາກ 880 ແຫ່ງເປັນ 1.100 ແຫ່ງທົ່ວປະເທດ ເພື່ອຫລຸດຄວາມໜາແໜ້ນຂອງຈຳນວນຜູ້ມາໃຊ້ສິດເລືອກຕັ້ງໃນແຕ່ລະໜ່ວຍເລືອກຕັ້ງ ລວມທັງເອື້ອອຳນວຍໃຫ້ການເວັ້ນໄລຍະຫ່າງທາງສັງຄົມລະຫວ່າງທີ່ຈັດການເລືອກຕັ້ງເປັນໄປຢ່າງມີປະສິດທິພາບ.
- ພັກ PAP ກຽມໄດ້ຮັບໄຊຊະນະເລືອກຕັ້ງໃຫຍ່ລະດັບປະເທດເປັນຄັ້ງທີ 15 ຕິດຕໍ່ກັນ
ພັກກິດປະຊາຊົນ ຫລື ພັກ PAP ຖືເປັນພັກທີ່ຄອງອຳນາດໃນການບໍລິຫານປະເທດມາດົນນານ ໂດຍມີອະດີດນາຍົກລັດຖະມົນຕີ ຫລີກວນຢູ ເປັນໜຶ່ງໃນຜູ້ສ້າງຕັ້ງປີ 1954 ກ່ອນທີ່ພັກ PAP ຈະປະສົບຜົນສຳເລັດ ໄດ້ຮັບຄະແນນສຽງຢ່າງຫລວງຫລາຍໃນການເລືອກຕັ້ງທົ່ວໄປປີ 1959 ຂະນະທີ່ຍັງເປັນອານານິຄົມຂອງອັງກິດ ກ່ອນຈະໄດ້ຮັບໄຊຊະນະໃນການເລືອກຕັ້ງລະດັບປະເທດເລື້ອຍໆມາ ຈົນກາຍເປັນພັກການເມືອງທີ່ມີອິດທິພົນທີ່ສຸດຢູ່ສິງກະໂປ ແລະ ຜູກຂາດອຳນາດໃນທາງການເມືອງ ນັບແຕ່ກ່ອນປະກາດເອກະລາດຈາກອັງກິດ ແລະ ແຍກຕົວອອກຈາກມາເລເຊຍໃນປີ 1965.
ນັກວິເຄາະຄາດຄະເນວ່າ: ພັກ PAP ຂອງນາຍົກລັດຖະມົນຕີ ຫລີຊຽນລຸງ ຈະຍັງໄດ້ຮັບໄຊຊະນະໃນການເລືອກຕັ້ງຄັ້ງນີ້ ຖ້າເປັນແນວນັ້ນ ນີ້ຈະຖືເປັນການຊະນະການເລືອກຕັ້ງລະດັບປະເທດຄັ້ງທີ 15 ຕິດຕໍ່ກັນ ລວມທັງຈະນັ່ງຕັ່ງບໍລິຫານປະເທດຕໍ່ອີກ 5 ປີ ຫລັງຈາກກຸມອຳນາດລັດຖະບານມາດົນກວ່າ 60 ປີ ກ່ອນຈະສົ່ງຕໍ່ໃຫ້ທາຍາດທາງການເມືອງຮຸ່ນທີ 4 ສູ້ເສິກການເລືອກຕັ້ງໃຫຍ່ສະໄໝໜ້າ ເຊິ່ງນະໂຍບາຍທີ່ໃຊ້ຟື້ນຟູປະເທດ ແລະ ຮັບມືການລະບາດຂອງໂຄວິດ-19 ຖືວ່າມີຄວາມສຳຄັນຫລາຍໃນການເລືອກຕັ້ງຄັ້ງນີ້.
- ພະນັນຄັ້ງສຳຄັນຂອງພັກແຮງງານ… ຫລື ຝ່າຍຄ້ານຈະບໍ່ມີບ່ອນນັ່ງໃນລັດຖະສະພາສິງກະໂປ
ໃນການເລືອກຕັ້ງທົ່ວໄປຄັ້ງຜ່ານມາ ໃນປີ 2015 ພັກແຮງງານສິງກະໂປ (Workers’ Party: WP) ທີ່ມີທ່ານ ພຣິທາມ ຊິງ ນັ່ງຕັ່ງຫົວໜ້າພັກ ເປັນພຽງພັກດຽວຈາກ 8 ພັກການເມືອງຄູ່ແຂ່ງຂອງພັກ PAP ທີ່ສາມາດຄວ້າບ່ອນນັ່ງໃນສະພາຈາກການເລືອກຕັ້ງໄດ້ 6 ບ່ອນນັ່ງ. ຂະນະທີ່ພັກລັດຖະບານສຽງສ່ວນຫລາຍຂອງນາຍົກລັດຖະມົນຕີ ຫລີຊຽນລຸງ ຄວ້າໄຊໄປໄດ້ສູງເຖິງ 83 ບ່ອນນັ່ງ ຈາກ 27 ເຂດເລືອກຕັ້ງ.
ໂດຍ 6 ບ່ອນນັ່ງຂອງພັກແຮງງານເມື່ອ 5 ປີກ່ອນນັ້ນມາຈາກເຂດດຽວເບີດຽວ 1 ບ່ອນນັ່ງຈາກເຂດ Hougang SMC, ສ່ວນອີກ 5 ບ່ອນນັ່ງທີ່ເຫລືອມາຈາກລະບົບເຂດໃຫຍ່ຍົກພັກຈາກເຂດ Aljunied GRC ປ້ອມປາການເຂດສຸດທ້າຍຂອງພັກຝ່າຍຄ້ານໃນລັດຖະສະພາສິງກະໂປ. ການຈະກັບມາຄວ້າໄຊຊະນະຍົກເຂດອີກໃນການເລືອກຕັ້ງຄັ້ງນີ້ຈະບໍ່ແມ່ນເລື່ອງງ່າຍຂອງພັກແຮງງານ ຫລັງຈາກປີ 2015 ຜ່ານມາ ພັກແຮງງານໄດ້ຮັບຄະແນນສຽງໃນເຂດ Aljunied GRC ຫລຸດລົງ 54,72% (2011) ມາເປັນ 50,95% (2015). ຂະນະທີ່ພັກ PAP ໄດ້ຮັບຄະແນນສຽງເພີ່ມຂຶ້ນຈາກ 45,28% (2011) ເປັນ 49,05% (2015).
ຜົນການເລືອກຕັ້ງຄັ້ງນີ້ສຳຄັນຫລາຍສຳລັບສິງກະໂປ ໂດຍສະເພາະເຂດ Aljunied GRC ວ່າເຂດຖານຄະແນນສຽງຂອງພັກແຮງງານນີ້ຈະຍັງເປັນປ້ອມດ່ານສຸດທ້າຍໃຫ້ພັກຝ່າຍຄ້ານໃນລັດຖະສະພາສິງກະໂປໄດ້ ຫລື ບໍ່ ຫລື ພັກລັດຖະບານຈະກວາດຄະແນນສຽງຈົນໝົດ ຈົນຝ່າຍຄ້ານອາດບໍ່ມີບ່ອນນັ່ງໃນລັດຖະສະພາ.