ເຈົ້າຄອງນະຄອນກຸງ ໂຊນ ບາງເອີນຫາຍຕົວໄປ ແລະ ເສຍຊີວິດ


ເຈົ້າຄອງນະຄອນກຸງ ໂຊນ, Park Won-soon, ອາຍຸ 64 ປີ, ບາງເອີນຫາຍຕົວໄປ ແລະ ຫຼັງຈາກນັ້ນກໍພົບເຫັນເປັນສົບໃນວັນທີ 10 ກໍລະກົດນີ້, ທີ່ປະຕູເມືອງເກົ່າແກ່ Sukjeongmun ທີ່ຂຶ້ນກັບສັນພູ Bukak.
ອີງຕາມການສັນນີຖານເບື້ອງຕົ້ນຂອງເຈົ້າໜ້າທີ່ຕຳຫຼວດໃຫ້ຮູ້ວ່າ: ທ່ານ Park ຂ້າຕົນເອງຕາຍ ອາດຈະແມ່ນຍ້ອນສາເຫດທີ່ເຂົາກຳລັງຖືກດຳເນີນການສືບສວນ ສອບສວນກ່ຽວກັບເລື່ອງເພດສຳພັນ.
ໂທລະພາບຂອງສະຫະລັດໃຫ້ຮູ້ວ່າ: ທ່ານ Park ບໍ່ມີສ່ວນກ່ຽວຂ້ອງພົວພັນຫຍັງກັບບັນຫາການເມືອງ, ແຕ່ ຊ່ອງ SBS ແລະ MBC ຂອງເກົາຫຼີໃຕ້ ໃຫ້ຮູ້ວ່າ: ມື້ວັນທີ 8 ກໍລະກົດ ທ່ານ Park ໄດ້ຍື່ນໜັງສືຂໍຄວາມເປັນທຳຕໍ່ເຈົ້າໜ້າທີ່ກ່ຽວກັບເລື່ອງທີ່ວ່າເຂົາກ່ຽວຂ້ອງກັບເລື່ອງເພດສຳພັນ ມາແຕ່ປີ 2017.
ຍິງສາວ ເລຂາສະເພາະຂອງ Park ໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ພວກຜູ້ຍິງຈຳນວນໜຶ່ງໃນຫ້ອງການສຳນັກງານປົກຄອງ ກຸງໂຊນ ຖືກ Parkລ່ວງລະເມີດທາງດ້າເພດສຳພັນ. ສຳລັບເຂົາເອງກໍຖືກເຊັ່ນດຽວກັນ ແລະ ເຂົາໄດ້ລາຍງານຕໍ່ເຈົ້າໜ້າທີ່ໄວ້ເປັນຫຼັກຖານແລ້ວ.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ TheNewYorkTime)