ນາຍົກລັດຖະມົນຕີ ລົງເຄື່ອນໄຫວຊຸກຍູ້ກຸ່ມປູກພືດຜັກອິນຊີ ບ້ານທົ່ງມັ່ງ
ໃນວັນທີ 9 ກໍລະກົດ 2020 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມກຸ່ມປູກພືດຜັກອິນຊີ ບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນ ຫລວງວຽງຈັນ, ເພື່ອຊຸກຍູ້ສົ່ງເສີມ ແລະ ຮັບຟັງ ສະພາບການຈັດຕັ້ງປະຕິບັດວຽກງານ ການປູກຝັງ-ລ້ຽງສັດ ຂອງປະຊາຊົນບ້ານທົ່ງມັ່ງ ກໍຄື ກຸ່ມປູກພືດຜັກອິນຊີບ້ານທົ່ງມັ່ງ, ແນໃສ່ສົ່ງເສີມເຮັດໃຫ້ປະ ຊາຊົນ ມີວຽກເຮັດງານທຳທີ່ໝັ້ນຄົງ ແລະ ຫັນມາປູກພືດພັກປອດສານພິດໃຫ້ຫລາຍຂຶ້ນ, ໃຫ້ເຫລືອກິນ ແລະ ສົ່ງອອກຂາຍເປັນສິນຄ້າ.
ທ່ານ ນາງ ຄຳມອນ ຫລວງລາດ ຫົວໜ້າກຸ່ມປູກພືດຜັກອິນຊີ ບ້ານທົ່ງມັ່ງ ໄດ້ລາຍງານໂດຍຫຍໍ້ ໃຫ້ຮູ້ບາງຕອນວ່າ: ກຸ່ມປູກພືດຜັກອິນຊີ ບ້ານທົ່ງມັ່ງ ສ້າງຂຶ້ນໃນກາງ ປີ 2015 ພາຍໃຕ້ການຊີ້ນຳຂອງຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໄຊທານີ, ໃນເບື້ອງຕົ້ນ ມີຊາວກະສິກອນເຂົ້າຮ່ວມເປັນສະມາຊິກ 12 ຄອບຄົວ, ມາຮອດປັດຈຸບັນ ມີສະມາຊິກທັງໝົດ 50 ກວ່າຄົນ (40 ກວ່າຄອບຄົວ), ເຊິ່ງໄດ້ປູກພືດຜັກ ແລະ ປູກໄມ້ໃຫ້ໝາກປອດສານພິດ ໃນເນື້ອທີ່ທັງໝົດ 31,5 ເຮັກຕາ, ປັດຈຸບັນ ມີເຮືອນຮົ່ມ ສຳລັບປູກພືດຜັກ ທັງໝົດ 116 ຫລັງ, ສາມາດສ້າງລາຍຮັບໃຫ້ສະມາຊິກໄດ້ 5-6 ລ້ານກີບ ຕໍ່ຄົນຕໍ່ເດືອນ. ສຳລັບຕະຫລາດສົ່ງອອກຫລັກ ແມ່ນ ສູນການຄ້າວຽງຈັນເຊັນເຕີ, ຫ້າງບາຊາບີ, ຫ້າງລິບປິ່ງ ແລະ ຕາມທ້ອງຕະຫລາດຕ່າງໆ ໃນນະຄອນຫລວງວຽງຈັນ. ຄຽງຄູ່ກັນນັ້ນ, ກຸ່ມປູກພືດຜັກອິນຊີ ບ້ານທົ່ງມັ່ງ ຍັງມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍຢ່າງ ເປັນຕົ້ນ ຍັງຂາດທຶນໝູນວຽນ, ທຶນສ້າງພື້ນຖານໂຄງລ່າງ, ຂາດພື້ນທີ່ທຳການຜະລິດ (ປັດຈຸບັນແມ່ນເຊົ່າເນື້ອທີ່ດິນ ທຳການຜະລິດ),ຍາມແລ້ງ ນ້ຳບໍ່ພຽງພໍ, ຄວາມຮູ້ດ້ານວິຊາການຢູ່ໃນຂີດຈຳກັດ. ນອກນັ້ນ, ເງິນກູ້ຍັງມີດອກເບ້ຍສູງ ໃນໄລຍະສັ້ນນຳອີກ.
ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ກຸ່ມປູກພືດຜັກອິນຊີ ທີ່ສາມາດສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ກັບປະຊາຊົນພາຍໃນບ້ານທົ່ງມັ່ງ ໃຫ້ມີອາຊີບທີ່ສຸດຈະລິດ, ໝັ້ນຄົງ ພ້ອມທັງຮຽກຮ້ອງໃຫ້ກຸ່ມດັ່ງກ່າວ, ສືບຕໍ່ຜະລິດພືດຜັກປອດສານຜິດ ດ້ວຍຄວາມເອົາໃຈໃສ່, ຫ້າມບໍ່ໃຫ້ເອົາສານເຄມີ ເຂົ້າມານຳໃຊ້ຢ່າງເດັດຂາດ ແລະ ໃຫ້ປູກພືດຜັກ ທີ່ໃຊ້ນ້ຳໜ້ອຍ (ແນໃສ່ປະຢັດນ້ຳ, ປະຢັດໄຟ), ພ້ອມສະເໜີ ໃຫ້ເມືອງ, ນະຄອນຫລວງ ສົມທົບກັບທ້ອງຖິ່ນ ຊອກຫາດິນເປົ່າຫວ່າງ ໃຫ້ປະຊາຊົນໄດ້ນຳໃຊ້ເຂົ້າໃນການປູກພືດຜັກປອດສານຜິດ, ໃຫ້ອຳນາດການປົກ ຄອງແຕ່ລະຂັ້ນ ກໍຄື ຂະແໜງການທີ່ກ່ຽວຂ້ອງ ເພີ່ມທະວີໃຫ້ການສະໜັບສະໜູນການພັດທະນາຮອບ ດ້ານຂອງກຸ່ມ ເພື່ອໃຫ້ກຸ່ມມີຄວາມເຂັ້ມແຂງ ແນໃສ່ຄ້ຳປະກັນທາງດ້ານສະບຽງອາຫານ, ເຮັດໃຫ້ປະ ຊາຊົນມີອາຊີບ, ມີວຽກເຮັດງານທຳທີ່ໝັ້ນຄົງ ແລະ ອື່ນໆ. ພ້ອມດຽວກັນນັ້ນ, ທ່ານ ທອງລຸນ ສີສຸລິດ ຍັງໄດ້ສະໜອງທຶນຈຳນວນໜຶ່ງ ໃຫ້ກຸ່ມປູກພືດຜັກອິນຊີ ເພື່ອນຳໃຊ້ເຂົ້າໃນວຽກງານດັ່ງກ່າວ, ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນໄປເລື້ອຍໆ.