ເສດຖະກິດສະຫວັນນະເຂດ ໃນປີນີ້ຈະຂະຫຍາຍຕົວ 6,3%
July 10, 2020 - 3:17 PM
ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ໄດ້ລາຍງານຕໍ່ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ເມື່ອວັນທີ 9 ກໍລະກົດນີ້ວ່າ: ເສດຖະກິດຂອງແຂວງໄດ້ຮັບການພັດທະນາຢ່າງຮອບດ້ານ, ທົ່ວແຂວງມີຄວາມໜັກແໜ້ນທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍ ອັນໄດ້ກາຍເປັນເງື່ອນໄຂເອື້ອອຳນວຍໃຫ້ແກ່ການດຳລົງຊີວິດ ແລະ ທຳມາຫາກິນຂອງປະຊາຊົນດີຂຶ້ນ. ເຖິງວ່າໃນຜ່ານມາ ແຂວງໄດ້ຜະເຊີນກັບຄວາມຫຍຸ້ງຍາກຫລາຍດ້ານ ບວກໃສ່ການແຜ່ລະບາດຂອງພະຍາດໂຄວິດ-19 ຍິ່ງເຮັດໃຫ້ການພັດທະນາພົບຄວາມຫຍຸ້ງຍາກຂຶ້ນຕື່ມ ເຊິ່ງຄາດຄະເນປີນີ້ເສດຖະກິດຂອງແຂວງຈະຂະຫຍາຍຕົວໃນລະດັບພຽງ 6,3%.