ສະພາປະຊາຊົນແຂວງສະຫວັນນະເຂດກຽມເປີດກອງປະຊຸມສະໄໝສາມັນເທື່ອທີ 9
ໃນວັນທີ 9 ກໍລະກົດນີ້ ເລຂາທິການສະພາປະຊາຊົນແຂວງສະຫວັນນະເຂດ ໄດ້ຖະແຫຼງກ່ຽວຕໍ່ສື່ມວນຊົນທ້ອງຖິ່ນວ່າ: ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຊຸດທີI ຈະໄດ້ຈັດຂຶ້ນໃນວັນທີ 22 – 24 ກໍລະກົດນີ້, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍ ຈະໄດ້ຮັບຟັງລາຍງານເພື່ອພິຈາລະນາ ແລະຕົກລົງຮັບຮອງເອົາບັນຫາ ສຳຄັນຕ່າງໆຄື: ບົດລາຍງານຂອງທ່ານເຈົ້າແຂວງໆສະຫວັນນະເຂດກ່ຽວກັບສະພາບພັດທະນາເສດຖະກິດ-ສັງຄົມ 6ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນ ທ້າຍປີ 2020, ບົດລາຍງານຂອງພະແນກແຜນການແລະການລົງທຶນແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນຜ່ານມາ, ຮັບຟັງລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ; ວຽກງານອົງການໄອຍະການ ແລະສານປະຊາຊົນແຂວງ ໂດຍສະເພາະແມ່ນ ການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນສອບສວນກ່ຽວກັບ ການກັກຕົວ,ຈັບຕົວ,ການກັກຂັງພາງ ແລະການປ່ອຍຕົວພາງຜູ້ຖືກຫາຂອງອົງການດັ່ງກ່າວ, ການພິຈາລະນາຕັດສິນຄະດີຕ່າງໆຢູ່ສານຂັ້ນຕົ້ນ ແລະຂັ້ນອຸທອນ;ການເຄື່ອນໄຫວວຽກງານຂອງຄະນະປະຈຳສະພາປະຊາຊົນແຂວງ; ວຽກນິຕິກຳໃຕ້ກົດໝາຍ ພ້ອມຈະໄດ້ພິຈາລະນາ ແລະຮັບຮອງເອົາຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດວ່າດ້ວຍການຄຸ້ມຄອງຮ້ານອາຫານ,ຮ້ານກິນດື່ມ ແລະຮ້ານບັນເທິງພາຍໃນແຂວງຂອງຕົນແລະ ການກຳນົດປະເມີນລາຄາທີ່ດິນ ແລະສິ່ງປຸກສ້າງຂອງແຂວງສະຫວັນນະເຂດ;ວຽກບຸກຄະລາກອນຂອງອົງການປົກຄອງແຂວງ ແລະ ພິຈາລະນາ – ຮັບຮອງເອົາການສະເໜີຂອງທ່ານເຈົ້າແຂວງກ່ຽວກັບການສະ ເໜີຍົກຍ້າຍ ແລະການຮັບຮອງເອົາການແຕ່ງຕັ້ງຫົວໜ້າພະແນກການ, ກົມກອງຂອງອົງການປົກຄອງແຂວງຕື່ມອີກ.