‘ສວນເຄື່ອງຫລິ້ນຍີ່ປຸ່ນ’ ຫ້າມ ‘ຮ້ອງ’ ໃນເວລາຫລິ້ນລົດໄຟເຫາະ ກັນໂຄວິດ-19 (ມີຄລິບ)
ສວນເຄື່ອງຫລິ້ນຍີ່ປຸ່ນ ອອກປະກາດຫ້າມຮ້ອງຂະນະຫລິ້ນລົດໄຟເຫາະ ປ້ອງກັນຕິດເຊື້ອໂຄວິດ-19 ທາງອາກາດ.
ໜັງສືພິມວໍສະຕີດ ເຈີນັລ ລາຍງານວ່າ: ສະມາຄົມສວນເຄື່ອງຫລິ້ນຍີ່ປຸ່ນອອກຄຳແນະນຳແກ່ນັກທ່ອງທ່ຽວວ່າ: ຜູ້ທີ່ຂຶ້ນໄປນັ່ງຢູ່ເທິງລົດໄຟເຫາະຈະຕ້ອງບໍ່ຮ້ອງລະຫວ່າງຢູ່ເທິງລົດໄຟ ເພື່ອຫລີກລ່ຽງການແຜ່ກະຈາຍເຊື້ອໂຄວິດ-19 ທາງອາກາດ. ນອກຈາກນີ້ ນັກທ່ອງທ່ຽວຍັງໄດ້ຮັບຄຳແນະນຳໃຫ້ໃສ່ຜ້າປິດປາກ-ດັງ ຂະນະຢູ່ໃນສວນເຄື່ອງຫລິ້ນ.
ສະມາຄົມດັ່ງກ່າວລະບຸວ່າ: ມາດຕະການດັ່ງກ່າວເປັນໄປຕາມຄຳແນະນຳຂອງເຈົ້າໜ້າທີ່ດ້ານສາທາລະນະສຸກ ເຊິ່ງເຕືອນວ່າ: ການຮ້ອງ, ການໄອ ແລະ ການຮ້ອງເພງ ຈະເຮັດໃຫ້ມີການແຜ່ກະຈາຍຂອງລະອອງຝອຍຈາກລະບົບທາງເດີນຫາຍໃຈ ເຊິ່ງຈະເປັນຊ່ອງທາງແຜ່ເຊື້ອໄວຣັສໂຄວິດ-19.
ວໍສະຕີດ ເຈີນັລ ຍັງລາຍງານວ່າ: ມີການເຜີຍແຜ່ວີດີໂອ ເຊິ່ງສະແດງໃຫ້ເຫັນຜູ້ບໍລິຫານ 2 ຄົນຂອງສວນເຄື່ອງຫລິ້ນຟູຈິ-ຄິວ ໄຮແລນ ຂຶ້ນນັ່ງລົດໄຟເຫາະດ້ວຍຄວາມສະຫງົບງຽບ ພ້ອມມີຂໍ້ຄວາມໃນຕອນທ້າຍວ່າ: “ກະລຸນາຮ້ອງໃນໃຈຂອງທ່ານ”.