ຫລີຊຽນລຸງ ຊະນະການເລືອກຕັ້ງສິງກະໂປອີກສະໄໝ ແຕ່ຄະແນນສຽງຫລຸດ ພັກຝ່າຍຄ້ານໄດ້ບ່ອນນັ່ງໃນສະພາເພີ່ມ

ຫລີຊຽນລຸງ ຊະນະການເລືອກຕັ້ງສິງກະໂປອີກສະໄໝ ແຕ່ຄະແນນສຽງຫລຸດ ພັກຝ່າຍຄ້ານໄດ້ບ່ອນນັ່ງໃນສະພາເພີ່ມ - 112 - ຫລີຊຽນລຸງ ຊະນະການເລືອກຕັ້ງສິງກະໂປອີກສະໄໝ ແຕ່ຄະແນນສຽງຫລຸດ ພັກຝ່າຍຄ້ານໄດ້ບ່ອນນັ່ງໃນສະພາເພີ່ມ
ຫລີຊຽນລຸງ ຊະນະການເລືອກຕັ້ງສິງກະໂປອີກສະໄໝ ແຕ່ຄະແນນສຽງຫລຸດ ພັກຝ່າຍຄ້ານໄດ້ບ່ອນນັ່ງໃນສະພາເພີ່ມ - kitchen vibe - ຫລີຊຽນລຸງ ຊະນະການເລືອກຕັ້ງສິງກະໂປອີກສະໄໝ ແຕ່ຄະແນນສຽງຫລຸດ ພັກຝ່າຍຄ້ານໄດ້ບ່ອນນັ່ງໃນສະພາເພີ່ມ

ວັນທີ 11 ກໍລະກົດ ເປັນໄປຕາມຄວາມຄາດໝາຍ ທ່ານ ຫລີຊຽນລຸງ ຜູ້ນຳພັກກິດປະຊາຊົນ (PAP) ຊະນະການເລືອກຕັ້ງທົ່ວໄປທີ່ຈັດຂຶ້ນໃນວັນທີ 10 ກໍລະກົດ ນັ່ງຕັ່ງນາຍົກລັດຖະມົນຕີສິງກະໂປອີກສະໄໝ ຫລັງກວາດຄະແນນສຽງສະໜັບສະໜູນໄປໄດ້ 61,24% ຫລຸດລົງຈາກປີ 2015 ທີ່ໄດ້ຮັບຄະແນນສຽງເກືອບ 70% ໂດຍຄວ້າ 83 ຈາກ 93 ບ່ອນນັ່ງໃນສະພາ ພ້ອມສິດຈັດຕັ້ງລັດຖະບານສຽງສ່ວນຫລາຍບໍລິຫານປະເທດຕໍ່ອີກ 5 ປີຕໍ່ໜ້າ. ພັກ PAP ຊະນະການເລືອກຕັ້ງລະດັບປະເທດເປັນຄັ້ງທີ 15 ຕິດຕໍ່ກັນ ແລະ ນີ້ຄືການນັ່ງຕັ່ງບໍລິຫານປະເທດວາລະທີ 4 ຕິດຕໍ່ກັນຂອງທ່ານ ຫລີຊຽນລຸງ ຜູ້ນຳຮຸ່ນທີ 3 ຂອງສິງກະໂປ.

ຂະນະທີ່ພັກແຮງງານ (WP) ຂອງທ່ານ ພຣິທາມ ຊິງ ໄດ້ບ່ອນນັ່ງໃນສະພາສູງເຖິງ 10 ບ່ອນນັ່ງ ໂດຍໄດ້ເພີ່ມຈາກການເລືອກຕັ້ງເມື່ອປີ 2015 ເຖິງ 4 ບ່ອນນັ່ງ ຖືເປັນສະຖິຕິສູງສຸດຂອງພັກ ໂດຍໄດ້ຮັບຄະແນນສຽງ 11,22% ມາຈາກການຊະນະເຂດດຽວເບີດຽວໃນເຂດ Hougang SMC ແລະ ເຂດໃຫຍ່ຍົກພັກໃນເຂດ Aljunied GRC ແລະ Sengkang GRC ຮັກສາປ້ອມດ່ານສຸດທ້າຍຂອງພັກຝ່າຍຄ້ານໄວ້ໄດ້, ພ້ອມຊ່ວງຊີງພື້ນທີ່ຖານຄະແນນສຽງມາໄດ້ເພີ່ມອີກໃນການເລືອກຕັ້ງຄັ້ງນີ້.

ຂະນະທີ່ທ່ານ ເຮັງສະວີກຽດ ທາຍາດທາງການເມືອງຂອງນາຍົກລັດຖະມົນຕີ ຫລີຊຽນລຸງ ທີ່ລົງສະໝັກຮັບເລືອກຕັ້ງແບບເຂດໃຫຍ່ຍົກພັກ ໃນເຂດ East Coast GRC ໄດ້ຄະແນນສຽງເອົາຊະນະຄູ່ແຂ່ງຮ່ວມເຂດຄືທ່ານ ນິໂຄລ ຊີ (Nicole Seah) ນັກການເມືອງລຸ້ນໃໝ່ຂອງສິງກະໂປຈາກພັກແຮງງານໄປໄດ້ 53,41% ຕໍ່ 46,59% ໂດຍໃນເຂດນີ້ ພັກ PAP ໄດ້ຮັບຄະແນນສຽງຫລຸດລົງກວ່າ 7% ມີຄວາມເປັນໄປໄດ້ສູງວ່າທ່ານ ເຮັງສະວີກຽດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ຈະຮັບຊ່ວງຕໍ່ໃນການບໍລິຫານປະເທດຈາກນາຍົກລັດຖະມົນຕີ ຫລີຊຽນລຸງ ໃນການເລືອກຕັ້ງຄັ້ງໜ້າ.

ຫລີຊຽນລຸງ ຊະນະການເລືອກຕັ້ງສິງກະໂປອີກສະໄໝ ແຕ່ຄະແນນສຽງຫລຸດ ພັກຝ່າຍຄ້ານໄດ້ບ່ອນນັ່ງໃນສະພາເພີ່ມ - 5 - ຫລີຊຽນລຸງ ຊະນະການເລືອກຕັ້ງສິງກະໂປອີກສະໄໝ ແຕ່ຄະແນນສຽງຫລຸດ ພັກຝ່າຍຄ້ານໄດ້ບ່ອນນັ່ງໃນສະພາເພີ່ມ
ຫລີຊຽນລຸງ ຊະນະການເລືອກຕັ້ງສິງກະໂປອີກສະໄໝ ແຕ່ຄະແນນສຽງຫລຸດ ພັກຝ່າຍຄ້ານໄດ້ບ່ອນນັ່ງໃນສະພາເພີ່ມ - 4 - ຫລີຊຽນລຸງ ຊະນະການເລືອກຕັ້ງສິງກະໂປອີກສະໄໝ ແຕ່ຄະແນນສຽງຫລຸດ ພັກຝ່າຍຄ້ານໄດ້ບ່ອນນັ່ງໃນສະພາເພີ່ມ
ຫລີຊຽນລຸງ ຊະນະການເລືອກຕັ້ງສິງກະໂປອີກສະໄໝ ແຕ່ຄະແນນສຽງຫລຸດ ພັກຝ່າຍຄ້ານໄດ້ບ່ອນນັ່ງໃນສະພາເພີ່ມ - 3 - ຫລີຊຽນລຸງ ຊະນະການເລືອກຕັ້ງສິງກະໂປອີກສະໄໝ ແຕ່ຄະແນນສຽງຫລຸດ ພັກຝ່າຍຄ້ານໄດ້ບ່ອນນັ່ງໃນສະພາເພີ່ມ