ທາງການຊິນຈູກຸກຽມມອບເງິນຊ່ວຍເຫລືອຜູ້ຕິດໂຄວິດ-19 ຄົນລະ 1 ແສນເຢນ ຊ່ວຍເຫລືອໄລຍະພັກວຽກ ແລະ ພັກປິ່ນປົວ
ວັນທີ 12 ກໍລະກົດ ສຳນັກຂ່າວທ້ອງຖິ່ນຂອງຍີ່ປຸ່ນລາຍງານວ່າ: ທາງການຊິນຈູກຸ ໃນນະຄອນຫລວງໂຕກຽວ ກຽມມອບເງິນຊ່ວຍເຫລືອຜູ້ຕິດເຊື້ອໂຄວິດ-19 ຄົນລະ 1 ແສນເຢນ ນັບແຕ່ຕົ້ນເດືອນສິງຫາ ເພື່ອຊ່ວຍເຫລືອຜູ້ຕິດເຊື້ອ ແລະ ຄອບຄົວໃນໄລຍະທີ່ຕ້ອງພັກວຽກ ແລະ ເຂົ້າຮັບການປິ່ນປົວ.
ທ່າທີດັ່ງກ່າວເກີດຂຶ້ນຫລັງຈາກຍີ່ປຸ່ນກວດພົບຜູ້ຕິດເຊື້ອໃໝ່ ເຊິ່ງມີການກ່ຽວຂ້ອງກັບຮ້ານບັນເທີງ ແລະ ເຂດບັນເທີງ ໂດຍຊິນຈູກຸຖືເປັນໜຶ່ງໃນເຂດບັນເທີງທີ່ມີຊື່ສຽງ ແລະ ມີຂະໜາດໃຫຍ່ຢູ່ໂຕກຽວ ເຊິ່ງທາງການຊິນຈູກຸລະບຸວ່າ: ຜູ້ທີ່ຕິດໂຄວິດ-19 ແລະ ມີລາຍຊື່ອາໄສຢູ່ເຂດຊິນຈູກຸກ່ອນວັນທີ 7 ເມສາ ຈະເປັນຜູ້ມີສິດໄດ້ຮັບເງິນຊ່ວຍເຫລືອໃນຄັ້ງນີ້ ເນື່ອງຈາກວັນດັ່ງກ່າວເປັນວັນທຳອິດທີ່ລັດຖະບານຍີ່ປຸ່ນປະກາດສະຖານະການສຸກເສີນເພາະໂຄວິດ-19 ຢູ່ນະຄອນຫລວງໂຕກຽວ ແລະ ພື້ນທີ່ອີກ 6 ແຂວງໃກ້ຄຽງ.
ທາງການລະບຸວ່າ: “ຜູ້ຕິດເຊື້ອໂຄວິດ-19 ບໍ່ມີທາງເລືອກອື່ນ ພວກເຂົາຈຳເປັນຕ້ອງພັກວຽກ ເຮັດໃຫ້ລາຍໄດ້ຫລຸດໜ້ອຍລົງ, ການຊ່ວຍເຫລືອຄົນໃນເຂດນີ້ຢ່າງຮີບດ່ວນຈຶ່ງເປັນສິ່ງທີ່ຈຳເປັນ”.
ຫລ້າສຸດຍີ່ປຸ່ນມີຜູ້ຕິດເຊື້ອສະສົມປະມານ 21.500 ຄົນ, ປິ່ນປົວຫາຍແລ້ວ 18.000 ຄົນ, ເສຍຊີວິດແລ້ວ 982 ຄົນ ຫລັງເດີນໜ້າກວດຫາເຊື້ອໄປແລ້ວຫລາຍກວ່າ 5,58 ແສນຄົນ.