ກຳປັ່ນຮົບຂອງສະຫະລັດຖືກໄຟໄໝ້ຢູ່ກາງທະເລ
July 13, 2020 - 12:58 PM
ອີງຕາມຂ່າວຕ່າງປະເທດໃຫ້ຮູ້ວ່າ: ວັນທີ 13 ກໍລະກົດນີ້ກຳປັ່ນຮົບ USS Bonhomme Richard ຮຸ່ນ Essex ຢູ່ທີ່ຖານທັບເຮືອ San Diego ຖືກໄຟໄໝ້ຢ່າງກະທັນຫັນ,.
ຜູ້ຕາງໜ້າກອງທັບເຮືອສະຫະລັດ ທ່ານ Krishna Jackson ໃຫ້ຮູ້ວ່າ ກຳປັ່ນຮົບ USS Bonhomme Richard ຖືກໄຟລຸກໄໝ້ຂຶ້ນໂດຍບັງເອີນ ໃນຂະນະທີ່ກຳລັງສ້ອມແປງຢູ່ນັ້ນໄດ້ເກີດມີສຽງດັງ ແລະ ມີແປວໄຟລຸກໄໝ້ຂຶ້ນຢ່າງຮຸນແຮງ. ໃນທັນໃດກໍມີທະຫານມອດໄຟ 150 ຄົນມາຊ່ວຍກູ້ໄພ.
ໃນຂະນະທີ່ເກີດເຫດນັ້ນ ມີຄົນຢູ່ໃນກຳປັ່ນລຳດັ່ງກ່າວ 160 ຄົນ ແລະ ມີ 21 ຄົນໄດ້ຮັບບາດເຈັບຍ້ອນຄວັນໄຟລວບຕົວຂາດອົກຊີຫາຍໃຈ.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ qdnd)