The kop in laos ຈັດງານສະຫຼອງແຊ້ມພຣີເມຍລີກຢ່າງຍິ່ງໃຫຍ່..!
ກະແສຂອງ ລິເວີພູລ ໄດ້ແຊັມ ພຣີເມຍລີກ ອັງກິດ ຮ້ອນແຮງເຫຼືອເກີນ ຫຼັງຈາກທີ່ຕ້ອງລໍຄອຍມາດົນເຖິງ 30 ປີ ເຊິ່ງກ່ອນໜ້ານີ້ແຟນບານໃນປະເທດອັງກິດ ແລະ ປະເທດເພື່ອນບ້ານກໍໄດ້ມີການຈັດພິທີສະຫຼອງແຊັມກັນໄປຢ່າງເບີກບານມ່ວນຊື່ນ.
ຫຼ້າສຸດ ເມື່ອວັນທີ 11 ກໍລະກົດ 2020 ທີຜ່ານມາ ທີ່ເດີ່ນບານຫຍ້າທຽມ ຮ່ອງຄ້າ (ແອນຟິລ) ນະຄອນຫຼວງວຽງຈັນ ໄດ້ຈັກກິດຈະກຳ ລວມພົນສະຫຼອງ ຢ່າງເບີກບານມ່ວນຊື່ນ ກິດຈະກຳຄັ້ງນີ້ນຳໂດຍປະທານກຸ່ມ The kop in laos ທ່ານ ວັດທະນາ ສີວິໄຊ ເຊິ່ງໃນງານມີແຂກທີຖືກເຊີນ ແລະ ທີມງານທີມີໃຈຮັກໃນທີມ ລີເວີພູລ ເຂົ້າຮ່ວມຢ່າງຫຼວງຫຼາຍ ພິເສດງານຄັ້ງນີ້ທີມງານແຟນຄັບ ຈາກເດີຄອບ ວັງວຽງ ກໍເດີນທາງມາຮ່ວມອີກດ້ວຍ.
ພິເສດງານນີ້ ທ່ານ ວັດທະນາ ສີວິໄຊ ໄດ້ສັ່ງຂັນແຊ້ມພຣີເມຍລີກ ອັງກິດ ຈໍາລອງມາແຕ່ປະເທດໄທ ເພື່ອໃຫ້ແຟນບານລິເວີພູລ ໃນລາວໄດ້ຮ່ວມກັນຊື່ນຊົມ ແລະ ໄດ້ຖ່າຍກັບຂັນແຊັມດັ່ງກ່າວເປັນທີ່ລະນຶກ. ນອກນັ້ນ ຍັງມີກິດຈະກຳເຕະບານສາມັກຄີ, ກຸ່ມແຟນຄັບ ລິເວີພູ ຫລື ເດິຄອບອິນລາວ (The kop in laos), ເດີຄອບວັງວຽງ, ມີການແຈກຂອງລາງວັນ ແລະ ອີກຫລາຍກິດຈະກຳ
ຝ່າຍຈັດງານຂອງ The kop in laos ລາຍງານໃຫ້ຮູ້ວ່າ: ຈຸດປະສົງໃນການຈັດງານຄັ້ງນີ້ແມ່ນເພືອສ້າງຄວາມສາມັກຄີພາຍໃນກຸ່ມແຟນຄັບ ແລະ ທີ່ສຳຄັນກໍເປັນການສະຫຼອງແຊ້ມລີກ ຄັ້ງທີ 19 ທີລໍຄ່ອຍມາກວ່າ 30 ປີຂອງ ລິເວີພູລ ສະໂມສອນຊັ້ນນໍາໃນປະເທດອັງກິດ.
ສຳລັບກຸ່ມແຟນບານ ລິເວີພູ ເດິຄອບອີນລາວ ເປັນກຸ່ມໜຶ່ງທີ່ລວມທຸກເພດທຸກໄວທີ່ມີໃຈມັກທີມ ລິເວີພູ ໃຫ້ຫັນມາໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ, ອອກກຳລັງກາຍ, ຫຼິ້ນກິລາ, ຫາງໄກສິງເສບຕິດ ,ຖືວາເປັນກຸ້ມແຟນຄັບ ລິເວີພູລ ທີໃຫ່ຍທີສຸດໃນປະເທດລາວເຮົາ ແລະ ມີການຈັດກິດຈະກຳເລື້ອຍໆ ,ໂດຍການຈັດກິດຈະກຳແຕ່ລະຄັ້ງມີແຟນຄັບເຂົ້າຮ່ວມຫລາຍຮ້ອຍຄົນ
ປັດຈຸບັນ ທຸກໆວັນເສົາຂອງອາທິດ ຈະມີກິດຈະກໍາເຕະບານສາມັກຄີ ສໍາລັບແຟນບານ ລິເວີພູ ທີ່ເດີ່ນບານຫຍ້າທຽມ ຮ່ອງຄ້າ ເວລາ 17:00 ໂມງ ທ່ານໃດເປັນແຟນບານ ລິເວີພູລ ກໍສາມາດໄປຮ່ວມໄດ້ ຟຣີ ເພື່ອເປີດໂອກາດໃຫ້ທຸກຄົນເຂົ້າຮ່ວມ ແລະ ມີລຸ້ນຕິດທີມ The kop in laos ໄປຮ່ວມແຂ່ງຂັນບານເຕະມິດຕະພາບ ແລະ ລາຍການອື່ນໆໃນອະນາຄົດ.
ພາບຈາກ: The kop in laos