ໄທ ພ້ອມທີ່ຈະທົດລອງ ວັກຊີນ ກັບຄົນ
ບັນດານັກວິທະຍາສາດຂອງໄທ, ວັນທີ 12 ກໍລະກົດນີ້ໃຫ້ຮູ້ວ່າ: ໄທກຳລັງຢູ່ໃນໄລຍະທົດລອງຢາວັກຊີນກັບຄົນເພື່ອປ້ອງກັນພະຍາດອັກເສບທາງເດີນຫາຍໃຈສາຍພັນໃໝ່ ໄວຣັສໂຄໂຣນາ ພາຍຫຼັງມີຜົນສຳເລັດການທົດລອງກັບໜູ ແລະ ລີງມາແລ້ວ.
(ໜັງສືພິມ ລາວພັດທະນາ)
ຂ່າວ Bloomberg ໃຫ້ຮູ້ວ່າ ການທົດລອງວັກຊີນກັບຄົນຄາດວ່າຈະເກີດຂຶ້ນໃນເດືອນກັນຍາທີ່ຈະມາເຖິງ. ທ່ານ KiatRuxrungthamຫົວໜ້າສູນຄົ້ນຄວ້າວັກຊີນ ຈຸລາ ທີ່ມະຫາວິທະຍາໄລຈຸລາລົງກອນ ໃຫ້ຮູ້ວາ: ໃນເບື້ອງຕົ້ນຈະມີປະມານ 100 ຄົນສະໝັກເຂົ້າຮ່ວມການທົດລອງ ແລະ ຈະແບ່ງອອກເປັນສອງຈຸ( ຈຸທີໜຶ່ງແມ່ນຜູ້ທີ່ມີອາຍຸແຕ່ 18-60 ປີ ແລະ ອີກຈຸໜຶ່ງມີອາຍຸແຕ່ 60-80 ປີ). ການທົດລອງໄລຍະທີໜຶ່ງນີ້ອາດຈະແກ່ຍາວເປັນເວລາ 2 ເດືອນ. ຊຶ່ງໄລຍະນີ້ຈະສຸມໃສ່ເບິ່ງຄວາມປອດໄພຂອງຢາ ແລະ ຄວາມເໝາະສົມຂອງມັນ. ໄລຍະທີ 2 ອາດຈະດຳເນີນຢູ່ໃນເດືອນ ທັນວາ ໂດຍການສະໝັກໃຈເຂົ້າຮ່ວມການທົດລອງຂອງ 500-1.000 ຄົນ. ຊ່ຽວຊານຄົນດັ່ງກ່າວໃຫ້ຮູ້ເພີ່ມເຕີມວ່າ: ວັກຊີນຊະນິດນີ້ຈະບໍ່ມີການທົດລອງໄລຍະທີ 3 ອີກ, ຊຶ່ງເປັນໄລຍະສຸດທ້າຍ ແລະ ຕາມທຳມະດາແລ້ວຈະມີຜູ້ເຂົ້າຮ່ວມການທົດລອງເຖິງ 10.000 ຄົນ.
ໃນອາທິດນີ້, ໄທຈະເລີ່ມພະລິດວັກຊີນໃຫ້ໄດ້ 10.000 ປະລິມານວັກຊີນໃຫ້ແກ່ການທົດລອງ. ຖ້າການທົດລອງຫາກປະສົບຜົນສຳເລັດ ໄທຈະສາມາດຜະລິດວັກຊີນ ໂຄວິດ-19 ໃນເດືອນ ມີຖຸນາປິ 2021.
ອົງການອະນາໄມໂລກກໍໃຫ້ຮູ້ວ່າ ປັດຈຸບັນມີ ວັກຊີນ 21 ຊະນິດກຳລັງທົດລອງກັບຄົນປ່ວຍຢູ່.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ nld)
(ໜັງສືພິມ ລາວພັດທະນາ)